Satandard Chartered: ເສດ​ຖະ​ກິດ ຫ​ວ​ຽດ​ນາມ ​ມີ​ລະ​ດັບ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ອາ​ຊຽນ

(VOVWORLD) -ໃນບົດລາຍງານສະບັບຫຼ້າສຸດທີ່ຫາກໍ່ໄດ້ປະກາດ, ທະນາຄານ Satandard Chartered ຄາດວ່າ ຫວຽດນາມ ຈະສືບຕໍ່ແມ່ນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດຢູ່ອາຊຽນໃນໄລຍະສັ້ນ ດ້ວຍ ລະດັບການເຕີບໂຕຄາດວ່າຈະບັນລຸໄດ້ 6,9%ໃນປີ 2019.
Satandard Chartered: ເສດ​ຖະ​ກິດ ຫ​ວ​ຽດ​ນາມ ​ມີ​ລະ​ດັບ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ອາ​ຊຽນ - ảnh 1ການປຸງແຕ່ງປາປຶ່ງຢູ່ເຂດອຸດສາຫະກຳ ຈ່ານອກ, ເກິນເທີ (ພາບ:plo.vn

         ໃນນັ້ນ, ຂົງເຂດການຜະລິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຕັ້ງຄວາມຫວັງວ່າຈະເພີ່ມຂຶ້ນຢູ່ໃນລະດັບ 2 ຕົວເລກ  ປີທີ 4 ຢ່າງຕໍ່ເນື່ອງ ແລະ ສວມບົດບາດເປັນກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕ

        ຕາມບົດລາຍງານຄົ້ນຄ້ວາເສດຖະກິດມະຫາພາກ ຂອງ Satandard Chartered ແລ້ວ, ກະແສເງິນລົງທຶນ FDI ຈະສືບຕໍ່ລັ່ງໄຫຼເຂົ້າມາ ຫວຽດນາມ ຢ່າງແຮງໃນປີນີ້, ພິເສດແມ່ນເຂົ້າຂົງເຂດການຜະລິດດ້ວຍຍອດເງິນລົງທຶນທີ່ດຶງດູດມາໄດ້ຄາດວ່າແມ່ນປະມານ 18 ຕື້ USD. ສ່ວນໄພເງິນເຟີ້, ທະນາຄານ Satandard Chartered ຄາດວ່າຕົວເລກນີ້ຈະເພີ່ມຂຶ້ນເລັກໜ້ອຍໃນ 6 ເດືອນທ້າຍປີ. ແລະກໍ່ໃນບົດລາຍງານດັ່ງກ່າວ, Satandard Chartered ໄດ້ໃຫ້ຂໍ້ສັງເກດວ່າເສດຖະກິດ ຫວຽດນາມ ພວມມີກຳລັງດຶງດູດເອົາບັນດານັກລົງທຶນຂະໜາດນ້ອຍ ແລະ ກາງ ຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ