SEA Games 32: ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ໃຫ້​ກຳ​ລັງ​ໃຈ​ແຂ່ງ​ຂັນ​ຂອງ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ

(VOVWORLD) - ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 32 ຢູ່ກຳປູເຈຍ ດ້ວຍສະມາຊິກ 1.003 ຄົນ, ໃນນັ້ນມີນັກກິລາ 702 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນ 30/36 ປະເພດ.
SEA Games 32: ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ ໃຫ້​ກຳ​ລັງ​ໃຈ​ແຂ່ງ​ຂັນ​ຂອງ​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ກຳລັງໃຈແຂ່ງຂັນຂອງຄະນະນັກກິລາ ຫວຽດນາມ
(ພາບ: VGP)

ຕອນບ່າຍວັນທີ 4 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ມາຮອດ ໝູ່ບ້ານນັກກິລາ ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (SEA Games 32) ເພື່ອຢ້ຽມຢາມ ແລະ ລະດົມກຳລັງໃຈການແຂ່ງຂັນຂອງຄະນະນັກກິລາ ຫວຽດນາມ ກ່ອນວັນໄຂ SEA Games 32. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ: SEA Games 32 ບໍ່ພຽງແຕ່ແມ່ນສະຖານທີ່ແຂ່ງຂັນ ເທົ່ານັ້ນ ຫາກຍັງແມ່ນບ່ອນເພື່ອໃຫ້ບັນດານັກກິລາສະແດງໃຫ້ເຫັນຈິດໃຈ ຫວຽດນາມ, ວັດທະນະທຳ ຫວຽດນາມ, ກຳລັງແຮງຂອງຊາວ ຫວຽດນາມ, ທ່ານສະເໜີໃຫ້ບັນດານັກກິລາ ຈົ່ງແຂ່ງຂັນດ້ວຍຈິດໃຈກິລາອັນສູງສົ່ງ, ນຳຄວາມກຽດສະຫງ່າມາໃຫ້ປະເທດຊາດ.

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 32 ຢູ່ກຳປູເຈຍ ດ້ວຍສະມາຊິກ 1.003 ຄົນ, ໃນນັ້ນມີນັກກິລາ 702 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນ 30/36 ປະເພດ, 446/583 ເນື້ອໃນຢູ່ງານມະຫາກຳກິລາ ແລະ ສຸ້ຊົນຄ້ວາຫຼຽນຄຳແຕ່ 89 – 120 ຫຼຽນ, ຢື່ນຢູ່ແຖວໜ້າໃນຈຳນວນບັນດາປະເທດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ