Senegalຕີລາຄາສູງການພົວພັນກັບຫວຽດນາມ

Senegalຕີລາຄາສູງການພົວພັນກັບຫວຽດນາມ - ảnh 1
ຜູ້​ຊ່​ຽວ​ຊານ​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ຫວຽດ​ນາມ​ຢູ່Algeria

(vovworld)-  ທ່ານ ຫວູ​ເທ​ຫຽບ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ  Algeria ຮັບຜິດຊອບ​ບັນຫາ ​Senegal ຫາ​ກໍ່​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຂຶ້ນ​ເຈົ້າ​ຫນ້າ​ທີ່​ປະ​ເທດ Senegal. ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ Senegal ​ແຕ່​ວັນ​ທີ 3-6/3, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວູ​ເທ​ຫຽບ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ການ​ຄ້າ​, ພະລັງງານ ​ແລະ ຫົວຫນ້າ​ຫ້ອງການ​ກະຊວ​ງອຸດສາຫະກຳ ​ແລະ ບໍ່​ແຫ່​ປະ​ເທດ ​ເຈົ້າພາບ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ບັນດາ​ຄູ່​ຮ່ວມ​ມື Senegal ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ ກ່ຽວ​ກັບ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ.

 

 

 

ຂ່າວ/ບົດ​ອື່ນ