Show ສະແດງຊຸດອາພອນຫວຽດນາມຜ່ານບັນດາໄລຍະ

 Show ສະແດງຊຸດອາພອນຫວຽດນາມຜ່ານບັນດາໄລຍະ - ảnh 1
Show ສະ​ແດງ​ຊຸດ​ອາ​ພອນຫວຽດ​ນາມ
ພາບ:sggp

(vovworld)-  ຕອນ​ຄ່ຳ​ວັນ​ທີ 20/2 ຢູ່ Asia Park ນ​ະ​ຄອນ ດາ​ຫນັງ ໄດ້​ດຳ​ເນີນ Show ສະ​ແດງ​ຊຸດ​ອາ​ພອນ​ຫວຽດ​ນາມ​ຜ່ານ​ບັນ​ດາ​ໄລ​ຍະ. ຈາກ​ຫົວ​ເລື່ອງເຊີດ​ຊູ​ເຂົ້າ​ສານ, Show ສະ​ແດງ​ຊຸດ​ອາ​ພອນ ໄດ້​ແນະ​ນຳ​ໃຫ້​ຜູ້​ຊົມ ບັນ​ດາ​ຊຸດ​ເສື້ອ​ຍາວ​ໃນ​ເມື່ອ​ກ່ອນ ແລະ ປະ​ຈຸ​ບັນ ຂອງ​ນັກ​ອອກ​ແບບ ລານ​ເຮືອງ. ຮູບ​ພາບ​ບັນ​ດາ​ນາງ​ສາວ​ຊົນ​ນະ​ບົດ ໃນ​ຊຸດ​ອາ​ພອນ​ເສື້ອ​ຍາວ​ໄດ້​ວາດ​ພາບ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃນ Show ນີ້, ພິ​ເສດ ແນະ​ນຳ​ຄວາມ​ງາມ​ຊ​ຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ແມ່​ຍິງ​ຫວຽດ​ນາມ ຕໍ່​ນັກ​ທ​ອ່ງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນອກນັ້ນ ລາຍ​ການ​ດັ່ງ​ກ່າວ​ຍັງ​ສະ​ແດງ​ບັນ​ດາ​ລາຍ​ການສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ອີກ​ດ້ວຍ.

 

 

 

 

 

ຂ່າວ/ບົດ​ອື່ນ