TimorLesteຕີລາຄາສູງການສະໜັບສະໜູນຂອງຫວຽດນາມສຳລັບວິວັດທະນາການເຂົ້າເປັນສະມາຊິກASEAN

TimorLesteຕີລາຄາສູງການສະໜັບສະໜູນຂອງຫວຽດນາມສຳລັບວິວັດທະນາການເຂົ້າເປັນສະມາຊິກASEAN - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ການ​ຄ້າ, ອຸດສາຫະກຳ ​ແລະ ສິ່ງ​ແວດ​ລ້ອມ​
ປະ​ເທດ Timor Leste, Constancio Pinto (ພາບ:iisd.ca)


(vovworld) – ​​​ ​ວັນ​ທີ 4/6, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ການ​ຄ້າ, ອຸດສາຫະກຳ ​ແລະ ສິ່ງ​ແວດ​ລ້ອມ​ປະ​ເທດ Timor Leste, Constancio Pinto ​ຕີລາຄາ​ສູງການສະໜັບສະໜູນຂອງ​ລັດຖະບານ​ຫວຽດນາມ ສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຂົ້າ​ເປັນ​ສະມາຊິກ ASEAN ຂອງ Timor Leste, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງວ່າ Timor Leste ຈະ​ເຂົ້າ​​ເປັນ​ສະມາຊິກ ASEAN ​ໃນ 2 ປີ​ຈະ​ມາ​ເຖິງ. ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ​ສຳນັກຂ່າວສານ​ຫວຽດນາມ ຢູ່ Timor Leste, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Pinto ​ໃຫ້​ຮູ້​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ Timor Leste ກາຍ​ເປັນ​ສະມາຊິກ ASEAN ​ແລະ Timor Leste ຂອບ​ອົກ​ຂອບ​ໃຈ​ກໍ່​ຄື​ປາດ​ຖະໜາ​ວ່າ​ຫວຽດນາມ ຈະສືບ​ຕໍ່​ການສະໜັບສະໜູນ​ນີ້. ທ່ານ Pinto ​ເນັ້ນ​ໜັກ​ວ່າ: ທີ່​ກອງ​ປະຊຸມ​ຂັ້ນ​ສູງ ASEAN ຄັ້ງ​ທີ່ 26 ​ຢູ່​ມາ​ເລ​ເຊຍ​​ເມື່ອ​​ເດືອນ 4 ​ຜ່ານ​ມາ​​, ບັນດາ​ປະ​ເທດສະມາຊິກ ASEAN ​ໄດ້​ເຫັນ​ດີ​ເຫັນ​ພ້ອມຕໍ່ເລື່ອງ Timor Leste ຈະ​ເຂົ້າ​ເປັນ​ສະມາຊິກຂອງ ASEAN. ASEAN ​ໄດ້ຈັດ​ຕັ້ງ​ກຸ່ມ​ປະຕິບັດ​ງານ ​ເພື່ອ​ພິຈາລະນາ​ໃບ​ຄຳ​ຮ້ອງ​ເຂົ້າ​​ເປັນ​ສະມາຊິກ​ຂອງ Timor Leste ​ແລະ ປະຈຸ​ບັນ​ຍັງ​ບໍ່​ທັນມີ​ຄວາມ​ເຫັນທີ່ຫຍໍ້​ທໍ້​ໃດ​ກ່ຽວ​ກັບ​ເລື່ອງ​ນີ້.

                ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ Pinto ຕີ​ລາຄາ​ສູງ​ເລື່ອງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ Viettel ຂອງ​ຫວຽດນາມ ​ໄດ້ລົງທຶນ​ເຂົ້າ Timor Leste ຜ່ານ​​ເຄື່ອງໝາຍ​ການ​ຄ້າ Telemor. ພາຍຫຼັງ​ເຄື່ອນ​ໄຫວ​ພຽງ​ກ່ວາ 3 ປີ​​ເທົ່າ​ນັ້ນ, ​ແຕ່ Telemor ​ໄດ້​ກາຍ​ເປັນກຸ່ມ​ບໍລິສັດທີ່ສະໜອງ​ບໍລິການ​ໂທລະ​ຄົມ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່ Timor Leste, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມ, ພັດທະນາ​​ເສດ​ຖະກິດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ Timor Leste.

ຂ່າວ/ບົດ​ອື່ນ