UNESCO ໂຄສະນາ ບັນດາມໍລະດົກໂລກ ຂອງຫວຽດນາມ

UNESCO ໂຄສະນາ ບັນດາມໍລະດົກໂລກ ຂອງຫວຽດນາມ - ảnh 1
ຄຸ້ມເມືອງເກົ່າ ໂຮ້ຍອານ ( ພາບ : TTXVN )


vovworld- ວັນ​ທີ່ 8/5 ຢູ່​ນະຄອນ ໂຮ້ຍອານ ແຂວງ ກວາງນາມ, ອົງການ UNESCO​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ນາມ ​ປະກາດ​ປະຕິບັດ ໂຄງການ “ໂຄສະນາບັນດາມໍລະດົກໂລກເຂດພາກກາງ ”. ຈຸດໝາຍ​ຕົ້ນ​ຕໍ່​ຂອງ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ລັກສະນະ​ຜູກ​ຮັດ​ລະຫວ່າງ 3 ​ເຂດ​ມໍລະດົກ​​ໂລກ ​ເຫວ້ - ​ໂຮ້ຍອານ - ມີ້​ເຊີນ ​ໃນ​ການ​ໂຄສະນາ, ສ້າງ​ຄວາມ​ໂດດ​ເດັ່ນ​ຢູ່​ຕາມ​​ເຂດ​ທ່ອງ​ທ່ຽວ. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ປີ​ທຳ​ອິດ​ຂອງໂຄງການ ປີ 2012 ຈະສຸມໃສ່ເຂດມໍລະດົກໂລກ ໂຮ້ຍອານ ດ້ວຍບັນດາການເຄື່ອນໄຫວ ລະອຽດຄື: ຍົກລະດັບບັນດາສະຖານທີຂາຍປີ້ ບໍລິການ ແລະ ແນະນຳການຢ້ຽມ​ຊົມ​ທັດສະນະ​ສຶກສາ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສູນ​ຂໍ້​ມຸນ​ຂ່າວສານ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ, ​ເພີ່ມ​ເຕີມ​ລະບົບ​ປ້າຍ​ໂຄສະນາ, ​ແນະນຳ​ຢູ່​ຕາມ​ເຂດ​ປູຊະນີຍະສະຖານ, ຕິດ​ຕັ້ງ​ລະບົບ​ດອກ​ໄຟ​ດ້ວຍ​ພະລັງງານ​ແສງຕາ​ເວັນ​ຢູ່​ຕາມ ເຂດ​ປູຊະນີຍະສະ ຖານ.

ຂ່າວ/ບົດ​ອື່ນ