VBF 2020 - ສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບເປັນປົກກະຕິໃໝ່

(VOVWORLD) -ປະຊາຄົມວິສາຫະກິດຕີລາຄາສູງບັນດາມາດຕະການເຊິ່ງລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍ ເພື່ອໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ໃນປີ 2020

VBF 2020 - ສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບເປັນປົກກະຕິໃໝ່ - ảnh 1(ເວທີປາໄສວິສາຫະກິດຫວຽດນາມ ປະຈຳປີ 2020)

ປະຊາຄົມວິສາຫະກິດຕີລາຄາສູງບັນດາມາດຕະການເຊິ່ງລັດຖະບານຫວຽດນາມ ໄດ້ຜັນຂະຫຍາຍ ເພື່ອໜູນຊ່ວຍວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ໃນປີ 2020 ແລະ ຕັ້ງຄວາມຫວັງຢ່າງໃຫຍ່ຫຼວງເຂົ້າໃນບັນດາມາດຕະການແກ້ໄຂໃນໄລຍະຕໍ່ໄປຂອງລັດຖະບານ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາທີ່ເວທີປາໄສວິສາຫະກິດຫວຽດນາມ ປະຈຳປີ 2020 ດ້ວຍຫົວຂໍ້ວ່າ “ສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບເປັນປົກກະຕິໃໝ່” ໄດ້ດຳເນີນໃນວັນທີ 22 ທັນວາ, ຢູ່ຮ່າໂນ້ຍ. ຕາມການຕີລາຄາຂອງປະຊາຄົມວິສາຫະກິດແລ້ວ, ບັນດາບົດຮຽນຈາກການຄວບຄຸ້ມໂລກລະບາດໂຄວິດ-19 ຂອງລັດຖະບານບັນລຸສຳເລັດຜົນນັ້ນ ສາມາດນຳໃຊ້ໃຫ້ແກ່ໃນການໜູນຊ່ວຍວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ. ນີ້ກໍ່ແມ່ນເງື່ອນໄຂທີ່ດີເພື່ອນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າເສລີ ເພື່ອຟື້ນຟູ ແລະ ສືບຕໍ່ພັດທະນາ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິ໊ຢຸງ, ປະທານຮ່ວມເວທີປາໄສວິສາຫະກິດຫວຽດນາມ VBF 2020 ຖືວ່າ.

        “ຄຽງຂ້າງບັນດາການຕີລາຄາສູງກ່ຽວກັບຄວາມມານະພະຍາຍາມຂອງລັດຖະບານ ໃນການປະຕິຮູບລະບຽບການບໍລິຫານ ກໍຄືສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍັງມີບາງບັນຫາທີ່ຍັງບໍ່ທັນຈະແຈ້ງ, ໂປ່ງໃສ, ຮັບປະກັນການຄາດຄະເນລ່ວງໜ້າບັນຫາໄດ້ເທື່ອ. ບັນດາກະຊວງ, ຂະແໜງການຈະຮັບເອົາຄຳເຫັນປະກອບ ເພື່ອຄົ້ນຄວ້າ, ດັດປັບໃນລະບົບກົດໝາຍຫວຽດນາມ ເຮັດແນວໃດເພື່ອມີຄວາມສະດວກ, ແກ້ໄຂບັນດາຂໍ້ຕິດຂັດໃນວິວັດການເຄືອນໄຫວຂອງວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ