Vietjet ເປີດບັນດາສາຍການບິນສາກົນ

(VOVWORLD) -ບໍລິສັດການບິນ Vietjet ຈະເປີດບັນດາສາຍການບິນສາກົນໃນລະດູແລ້ງປີນີ້.

ໃນນັ້ນມີ: ສາຍການບິນຈາກນະຄອນໂຮ່ຈິມິນ (ຫວຽດນາມ) - ໂຕກຽວ (ຍີ່ປຸນ) ເຊິ່ງຈະເລີ່ມເປີດຖ້ຽວບິນໄປ-ກັບ ນັບແຕ່ວັນທີ 12 ກໍລະກົດ 2019, ແຕ່ລະຖ້ຽວທີ່ໄປຫຼືກັບແມ່ນໃຊ້ເວລາ 6 ຊົ່ວໂມງ. ສາຍການບິນເລີ່ມອອກຈາກນະຄອນໂຮ່ຈິມິນ ໃນເວລາ 00 ໂມງ 05 ນາທີ ແລະ ບິນຮອດໂຕກຽວ ໃນເວລາ 08 ໂມງ (ຕາມເວລາທ້ອງຖິ່ນ). ແລະ ເລີ່ມບິນອອກຈາກໂຕກຽວ ໃນເວລາ 09 ໂມງ (ຕາມເວລາທ້ອງຖິ່ນ) ແລະ ບິນຮອດນະຄອນໂຮ່ຈິມິນ ໃນເວລາ 13 ໂມງ 05 ນາທີ.

        ສາຍການບິນ ຍາຈາງ (ຫວຽດນາມ) – Busan (ສ.ເກົາຫຼີ) ໄດ້ເປີດຖ້ຽວບິນໄປ - ກັບ 4 ຖ້ຽວ/ອາທິດ ນັບແຕ່ວັນທີ 16 ກໍລະກົດ, ແຕ່ລະຖ້ຽວບິນໄປ ຫຼື ກັບແມ່ນໃຊ້ເວລາ 4 ຊົ່ວໂມງ 40 ນາທີ. ຖ້ຽວບິນເລີ່ມຈາກຍາຈາງ ໃນເວລາ 23 ໂມງ 50 ນາທີ ແລະ ບິນຮອດ Busan ໃນເວລາ 06 ໂມງ 30 ນາທີ (ຕາມເວລາທ້ອງຖິ່ນ). ຖ້ຽວບິນ Busan - ຍາຈາງ ໄດ້ເລີ່ມບິນໃນເວລາ 08 ໂມງ 05 ນາທີ (ຕາມເວລາທ້ອງຖິ່ນ), ບິນຮອດຍາຈາງ ໃນເວລາ 10 ໂມງ 45 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ