Vietnam Airline ຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງປີ 2024

(VOVWORLD) - ນີ້ແມ່ນການເຄື່ອນໄຫວປະຈຳປີເປັນຂີດໝາຍການເລີ່ມຕົ້ນທີ່ດີງາມໃຫ້ແກ່ຂະແໜງການບິນ ແລະ ການທ່ອງທ່ຽວ ຫວຽດນາມ ເນື່ອງໃນໂອກາດຕົ້ນປີໃໝ່.
Vietnam Airline ຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງປີ 2024 - ảnh 1 (ບໍລິສັດການບິນແຫ່ງຊາດ ຫວຽດນາມ ຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງປີ)

        ວັນທີ 1 ມັງກອນ ທີ່ຜ່ານມາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airline) ສົມທົບກັບບັນດາແຂວງ, ນະຄອນໃນທົ່ວປະເທດ, ຈັດງງານຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງປີ. ນີ້ແມ່ນການເຄື່ອນໄຫວປະຈຳປີເປັນຂີດໝາຍການເລີ່ມຕົ້ນທີ່ດີງາມໃຫ້ແກ່ຂະແໜງການບິນ ແລະ ການທ່ອງທ່ຽວ ຫວຽດນາມ ເນື່ອງໃນໂອກາດຕົ້ນປີໃໝ່. ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບຜູ້ບັນດາໂດຍສານສາກົນຊທຳອິດຂອງປີ 2024 ຖ້ຽວບິນຈາກ ປາຣີ (ຝຣັ່ງ), ລົງຈອດທີ່ສະໜາມບິນສາກົນ ເຕິນເຊິນເຍິດ ໃນຮຸ່ງເຊົ້າວັນທີ 01 ມັງກອນ. ນະຄອນ ດານັ້ງ ຕ້ອນຮັບຜູ້ໂດຍສານທຳອິດຈາກບັນດາຖ້ຽວບິນຈາກ ໂຕກຽວ (ຍີ່ປຸ່ນ) ແລະ ຮ່າໂນ້ຍ. ຜ່ານການຕ້ອນຮັບຜູ້ໂດຍສານທຳອິດຂອງປີ 2024, Vietnam Airline ຢືນຢັນຄວາມມານະພະຍາຍາມຮ່ວມມືກັບບັນດາແຂວງ, ນະຄອນໃນທົ່ວປະເທດແນ່ໃສ່ຊຸກຍູ້ແຮງໃຫ້ຂະແໜງການບິນ, ການທ່ອງທ່ຽວ ແລະ ໂຄສະນາບັນດາບັນດາສະຖານທີ່ທ່ອງທ່ຽວ. ນີ້ກໍ່ແມ່ນການເຄື່ອນໄຫວສຳຄັນໃນໂຄງການຮ່ວມມືພັດທະນາເສດຖະກິດ-ສັງຄົມ ລະຫວ່າງ Vietnam Airline ກັບ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ