English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

21°C - 25°C

Vietnam Airlines ເປີດຫຼາຍຖ້ຽວບິນສາກົນຄືນໃໝ່

(VOVWORLD) - Vietnam Airlines ໄດ້ເຊື່ອມຕໍ່ 3 ຖ້ຽວບິນຄືນໃໝ່ໃນເວລາດຽວກັນລະຫວ່າງ ຫວຽດນາມ ໄປ ຮົ່ງກົງ (ຈີນ), ບາງກອກ (ໄທ) ແລະ Kuala Lumpur (ມາເລເຊຍ)  ແລະ ເພີ່ມຖ້ຽວບິນຢູ່ພາກພື້ນ.
Vietnam Airlines ເປີດຫຼາຍຖ້ຽວບິນສາກົນຄືນໃໝ່ - ảnh 1ບໍລິສັດໄດ້ເຊື່ອມຕໍ່ຄືນໃໝ່ຖ້ຽວບິນນະຄອນ ໂຮ່ຈີມິນ ແລະ ຮົ່ງກົງ (ຈີນ) ຕື່ມອີກ 1 ຖ້ຽວ/1 ວັນ
(ພາບ:TTXVN)

        ໃນນັ້ນ, ວັນທີ 01 ເມສາ, Vietnam Airlines ໄດ້ຂຸດຄົ້ນຖ້ຽວບິນໂດຍກົງລະຫວ່າງ ຮ່າໂນ້ຍ - Kuala Lumpur (ມາເລເຊຍ) ດ້ວຍ 3 ຖ້ຽວບິນ/ອາທິດ. ປະຈຸບັນ, ບໍລິສັດພວມຂຸດຄົ້ນຖ້ຽວບິນ ນະຄອນ ໂຮ່ຈີມິນ -  Kuala Lumpur ແມ່ນ 7 ຖ້ຽວຕໍ່ອາທິດ. ເລື່ອງເປີດຖ້ຽວບິນນີ້ຄືນໃໝ່ແມ່ນເພື່ອຊ່ວຍເພີ່ມທະວີການແລກປ່ຽນການຄ້າ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາເລເຊຍ.

        ກ່ອນໜ້ານັ້ນ, ວັນທີ 30 ມີນາ, ບໍລິສັດໄດ້ເຊື່ອມຕໍ່ຄືນໃໝ່ຖ້ຽວບິນນະຄອນ ໂຮ່ຈີມິນ ແລະ ຮົ່ງກົງ (ຈີນ) ຕື່ມອີກ 1 ຖ້ຽວ/1 ວັນ, ຍົກຈຳນວນຖ້ຽວບິນໄປກັບແຕ່ ຫວຽດນາມ ໄປເຖິງເຂດແຖວໜ້າ ອາຊີຂຶ້ນເປັນ 14 ຖ້ຽວ/ອາທິດ. ສິ່ງດັ່ງກ່າວໄດ້ຊ່ວຍຊຸກຍູ້ການພົວພັນແລກປ່ຽນລະຫວ່າງ 2 ສູນເສດຖະກິດໃຫຍ່ຢູ່ພາກພື້ນ, ພ້ອມກັນນັ້ນ, ກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ນັກທຸລະກິດ, ນັກລົງທຶນ ແລະ ແຂກທ່ອງທ່ຽວທີ່ມີຄວາມຕ້ອງການໄປມາ.

        ແລະກໍ່ໃນວັນທີ 30 ມີນາ, Vietnam Airlines ໄດ້ເປີດຖ້ຽວການບິນໂດຍກົງລະຫວ່າງ ດ່ານັ້ງ - ບາງກອກ (ໄທ) ຄືນໃໝ່. ຖ້ຽວບິນດັ່ງກ່າວຈະເຊື່ອມຕໍ່ 3 ນະຄອນໃຫຍ່ຢູ່ ຫວຽດນາມ ແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ ໄປ ບາງກອກ, ດ້ວຍຈຳນວນ 60 ຖ້ຽວ/ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ