English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 26°C

ແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການຍັງຄ້າງໄວ

(VOVWORLD) - ທົ່ວປະເທດມີປະມານ 1.500 ໂຄງການພວມປະສົບກັບຄວາມຫຍຸ້ງຍາກ, ຕິດຂັດ, ຂຶ້ນກັບ 20 ໝວດບັນຫາທີ່ແຕກຕ່າງກັນ
ແກ້ໄຂຄວາມຫຍຸ້ງຍາກ ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການຍັງຄ້າງໄວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ
(ພາບ: TTXVN)

    ຕອນເຊົ້າວັນທີ 30 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບຄະນະຊີ້ນຳກ່ຽວກັບການສຳຫຼວດກວດກາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວຂ້ອງເຖິງບັນດາໂຄງການ (ຄະນະຊີ້ນຳ) ເພື່ອຮັບຟັງບົດລາຍງານສະພາບການກວດກາ, ຕີລາຄາ, ຊອກຫາມາດຕະການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການທີ່ຍັງຄ້າງໄວ.

   ຜ່ານການກວດກາ ແລະ ການລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ທົ່ວປະເທດມີປະມານ 1.500 ໂຄງການພວມປະສົບກັບຄວາມຫຍຸ້ງຍາກ, ຕິດຂັດ, ຂຶ້ນກັບ 20 ໝວດບັນຫາທີ່ແຕກຕ່າງກັນ, ໃນນັ້ນມີທັງບັນດາໂຄງການລົງທຶນພາກລັດ, ໂຄງການລົງທຶນນອກງົບປະມານ ແລະ ບັນດາໂຄງການລົງທຶນຕາມຮູບແບບພາກລັດ - ເອກະຊົນ.

    ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ ສະເໜີມາດຕະການແກ້ໄຂໃຫ້ເໝາະສົມ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ລາຍງານຕໍ່ນາຍົກລັດຖະມົນຕີກ່ອນວັນທີ 10 ເມສາ

ຕອບກັບ

ຂ່າວ/ບົດ​ອື່ນ