English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

16°C - 26°C

ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ເດີນທາງໄປ ມຽນມາ

(VOVWORLD) - ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື.
ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ເດີນທາງໄປ ມຽນມາ - ảnh 1ເຮືອບິນນຳສົ່ງກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ
(ພາບ: VGP)

   ຕອນບ່າຍວັນທີ 30 ມີນາ, ເຮືອບິນນຳສົ່ງກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄປ Yangoon, ປະເທດ ມຽນມາ ໄດ້ເລິ່ມບິນໃນເວລາ 15 ໂມງ 30 ນາທີ. ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື. ຄາດວ່າ, ວັນທີ 31 ມີນາ, ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຈະເລີ່ມປະຕິບັດໜ້າທີ່.

   ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທີ່ກອງປະຊຸມມອບໜ້າທີ່ໃຫ້ແກ່ກຳລັງທີ່ເຂົ້າຮ່ວມການແກ້ໄຂຜົນຮ້າຍຈາກເຫດແຜ່ນດິນໄຫວຢູ່ ມຽນມາ, ຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮຽກຮ້ອງໃຫ້ບັນດາສະມາຊິກເປັນເຈົ້າການ, ປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ, ກອງທັບມີຄວາມເຊື່ອໝັ້ນມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ