ສັງກາດປຼາດຕິກ ນຳມາເຊິ່ງສານທີ່ເລິກເຊິ່ງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
(VOVWORLD) - ງານວາງສະແດງ ສັງກາດປຼາດຕິກ ນຳມາເຊິ່ງໂລກທີ່ເຕັມໄປດ້ວຍສີສັນດ້ວຍບັນດາຜົນງານແກະຄວັດສະຫຼັກ ໄດໂນເສົາ ແລະ ສັດທີ່ໜ້າປະທັບໃຈ, ເຊິ່ງສ້າງຂຶ້ນຈາກບັນດາເຄື່ອງຫຼິ້ນເກົ່າ.
 |
ທີ່ສູນພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ (ເຮືອນເລກທີ 27 ຖະໜົນ ກວາງຈູງ, ຮ່າໂນ້ຍ) ພວມດຳເນີນງານວາງສະແດງ ສັງກາດປຼາດຕິກ ເຊິ່ງແມ່ນງານວາງສະແດງບັນດາຜົນງານສິລະປະທີ່ເປັນເອກະລັກສະເພາະຂອງນັກສິລະປິນ ຍີ່ປຸ່ນ ທີ່ມີຊື່ສຽງສາກົນ Fuji Hiroshi. |
 |
ນັກສິລະບິນ Fuji Hiroshi ໃຫ້ຮູ້ວ່າ: ໂດຍຮັບຮູ້ໄດ້ວ່າ ການພັດທະນາຢ່າງແຮງຂອງບັນດາຜະລິດຕະພັນປຼາດຕິກພວມກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ, ທ່ານໄດ້ເລີ່ມຕົ້ນວິວັດການຫັນບັນດາວັດຖຸເສດເຫຼືອ ກາຍເປັນຜະລິດຕະພັນສິລະປະ, ສົ່ງສານກ່ຽວກັບສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບໃນການບໍລິໂພກ. |
 |
ຂ້າພະເຈົ້າຄິດເຖິງຮູບພາບ ໄດໂນເສົາ - ເຊິ່ງເປັນສັດບູຮານທີ່ຄົງຕົວນັບລ້ານປີ ແລະ ໄດ້ສືບທອດມາຮອດປັດຈຸບັນ. ເພາະສະນັ້ນ, ຂ້າພະເຈົ້າໄດ້ເລືອກເອົາ ໄດໂນເສົາເປັນສັນຍາລັກຂອງບັນດາຜົນງານປຼາດຕິກຂອງຕົນ. ເດັກນ້ອຍຍັງບໍ່ຮູ້ຜົນກະທົບຢ່າງຫຍໍ້ທໍ້ຂອງ ປຼາດຕິກ ຕໍ່ສິ່ງແວດລ້ອມໄດ້ໝົດ, ແຕ່ຂ້າພະເຈົ້າຫວັງວ່າ ຜ່ານງານວາງສະແດງນີ້, ພວກນ້ອງນ້ອຍຈະເຂົ້າໃຈແຈ້ງກ່ຽວກັບບັນຫາມົນລະພິດ”, ນັກສິລະປິນ Fuji Hiroshi ແບ່ງປັນ. |
 |
ຈາກເຄື່ອງຫຼິ້ນເກົ່ານັບພັນຢ່າງ, ນັກສິລະປິນໄດ້ສ້າງບັນດາຜົນງານທີ່ເປັນໜ້າປະທັບໃຈກ່ຽວກັບໄດໂນເສົາ ແລະ ສັດປ່າຈຳນວນໜຶ່ງ. |
 |
ງານວາງສະແດງສິລະປະ ສັງກາດປຼາດຕິກ ນຳມາເຊິ່ງສະຖານທີ່ທີ່ມີສີສັນຢ່າງຟົດຟຶ້ນ. ຜົນງານແຕ່ລະຢ່າງລ້ວນແຕ່ໄດ້ຮັບການສ້າງຂຶ້ນຈາກເຄື່ອງຫຼິ້ນເກົ່ານັບພັນຢ່າງທີ່ມີຄົບຂະໜາດ ແລະ ມີຮູບແບບທີ່ອຸດົມສົມບູນ. |
 |
ທີ່ງານວາງສະແດງ, ແຂກຢ້ຽມຊົມສາມາດພົບເຫັນເຄື່ອງຫຼິ້ນທີ່ເລິ້ງເຄີຍຢ່າງງ່າຍດາຍ |
 |
ບັນດາຜະລິດຕະພັນໄດ້ປະກອບຢ່າງລະອຽດລະອໍ |
 |
ດ້ວຍສີສັນຫຼາກຫຼາຍ ງານວາງສະແດງດັ່ງກ່າວໄດ້ສ້າງຄວາມປະທັບໃຈຕໍ່ມະຫາຊົນທີ່ມາຊົມເປັນຈຳນວນຫຼາຍ, ພິເສດແມ່ນເດັກນ້ອຍ |
 |
ເມື່ອເຂົ້າຊົມ, ມະຫາຊົນອາດສາມາດເຂົ້າຮ່ວມບັນດາລາຍການລະຫຼິ້ນ ເພື່ອຮັບບັນດາຂອງຂວັນທີ່ຈັບໃຈຢູ່ທີ່ນີ້ |
ງານວາງສະແດງເປີດປະຕູໂດຍບໍ່ເກັບຄ່າ ຈົນຮອດໝົດວັນທີ 01 ມິຖຸນາ 2025 ຢູ່ສູນພົວພັນແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ, ເຮືອນເລກທີ 27 ຖະໜົນກວາງຈູງ, ເມືອງຮວ່ານກຽມ, ຮ່າໂນ້ຍ.