“Vietnam is calling“: ຈາກກະ​ແສ​ຟ​ອງ​ໃນ​ສື່​ສັງ​ຄົມ​ອອນ​ໄລ ກ​າຍ​ເປັນ​ການ​ກະ​ທຳ​ກະ​ຕຸກ​ຊຸກ​ຍູ້​ໃກ້​ແກ່​ການ​ທ່ອ​ງ​ທ່ຽວ ຫວຽດ​ນາມ

(VOVWORLD) - ອາທິດຜ່ານມາ, ມີຫຼາຍຄຼິບວີດີໂອທີ່ມີຊີວິດຊີວາ ພ້ອມກັບແຖວຕົວໜັງສື “ Vietnam is calling” (ຫວຽດນາມ ພວມເອີ້ນຫາ) ໄດ້ແຜ່ກະຈາຍຢ່າງແຮງໃນສື່ສັງຄົມອອນໄລຕ່າງໆ, ເຊັ່ນ: TikTok, Instagram, Facebook Reels ອັນໄດ້ສ້າງເປັນກະແສຟອງໃໝ່ໃນທ່າອ່ຽງການທ່ອງທ່ຽວທົ່ວໂລກ.
“Vietnam is calling“: ຈາກກະ​ແສ​ຟ​ອງ​ໃນ​ສື່​ສັງ​ຄົມ​ອອນ​ໄລ ກ​າຍ​ເປັນ​ການ​ກະ​ທຳ​ກະ​ຕຸກ​ຊຸກ​ຍູ້​ໃກ້​ແກ່​ການ​ທ່ອ​ງ​ທ່ຽວ ຫວຽດ​ນາມ - ảnh 1ແຂກທ່ອງທ່ຽວສາກົນ checkin  ຢູ່ ຂົວມື ດ່າໜັງ (ພາບ: TTXVN)

ຈາກ ເອີຣົບ ຕະຫຼອດ ອາຊີ, ນັບແຕ່ບັນດາ vlogger - ຜູ້ສ້າງເນື້ອຫາຜ່ານຄຼິບວິດີໂອທີ່ມີຊື່ສຽງໃນສື່ສັງຄົມອອນໄລ ຕະຫຼອດຮອດໄວໜຸ່ມຜູ້ມັກໄປທ່ຽວຊົມຄົ້ນຫາກໍຕອບສະໜອງກະແສດ້ວຍການຈອງປີ້ໄປທ່ຽວ ຫວຽດນາມ ເພື່ອລົງຕົວຈິງ. ແຕ່ລະຄຼິບວີດີໂອ ຈະມີສີສັນສະເພາະຂອງຕົນ ແຕ່ລ້ວນແຕ່ສົ່ງສານອັນດຽວກັນນັ້ນແມ່ນ “ຫວຽດນາມ ພວມເອີ້ນຫາ ແລະ ຂ້ອຍພ້ອມແລ້ວທີ່ຈະອອກເດີນທາງ!”. ທ່າອ່ຽງນີ້ ບໍ່ພຽງແຕ່ຢຸດຢູ່ບັນດາແພຼດຟອມດີຈີອນເທົ່ານັ້ນ, ຫາກຍັງສ້າງສັນຍານກະທົບຊຸກຍູ້ນັກທ່ອງທ່ຽວໃນທົ່ວໂລກໄປທ່ຽວ ຫວຽດນາມ ອີກດ້ວຍ.

ເລື່ອງແຂກທ່ອງທ່ຽວ, ກຸ່ມແຂກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຖ່າຍຄຼິບວິດີໂອຢູ່ສະໜາມບິນ, ຫາກຍັງແບ່ງປັນໄລຍະການສຳຜັດຕົວຈິງຢູ່ສະຖານທີ່ທີ່ມີຊື່ສຽງຂອງ ຫວຽດນາມ ຫຼາຍແຫ່ງນັ້ນ, ໄດ້ສະແດງໃຫ້ເຫັນກະແສຟອງນີ້ ໄດ້ກາຍອອກຂອບເຂດ “ສື່ສັງຄົມອອນໄລ” ແລະ ກາຍເປັນການກະທຳທ່ອງທ່ຽວຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ