VOV ປະຕິບັດບົດບາດ ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ເປັນຢ່າງດີກວ່າອີກ

VOV ປະຕິບັດບົດບາດ ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ເປັນຢ່າງດີກວ່າອີກ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
ເຮັດວຽກກັບ VOV)


(vovworld) - ຕອນ​ເຊົ້າ​ວັນ​ທີ 01/03, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ນັກ​ຂ່າວ, ບັນນາທິການ, ລັດຖະກອ​ນເຕັກນິກວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV).

    ໂດຍ​ຕາງໜ້າ​ໃຫ້ການ​ນຳ​ VOV, ​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ດັງ​ຕ໋ຽນ ​ລາຍ​ງານ​ຕໍ່​ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ວ່າ, ຍາມ​ໃດພະນັກງານ​ທຸກ​ຄົນກໍ່​ມານະ​ພະຍາຍາມ​ນຳ VOV ກາຍ​ເປັນກຸ່ມ​ອົງການສື່ສານ​ຫຼາຍຮູບ​ການ ​ເພື່ອ​ເຜີຍ​​ແຜ່​ຂໍ້​ມູນ​ຂ່າວສານ​, ​ແນວທາງ, ​ແຜນ​ນະ​ໂຍບາຍຂອງ​ພັກ ​ແລະ ລັດເຖິງ​ຊາວ​ຫວຽດນາມທຸກ​ຄົນ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ຄົບ​ຖ້ວນ. ທ່ານຜູ້ອຳນວຍການ​ໃຫຍ່ ຫງວຽນ​ດັງ​ຕ໋ຽນ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, VOV ຈະ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​​ແກ່ວຽກ​ງານ​ກະກຽມ​​ເປີດ​ສະຫຼອງ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ, ຕອບ​ສະໜອງ​ໜ້າ​ທີ່​​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ມອບ​ໝາຍ​ໃຫ​້.

        ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກ​ວ່າ VOV ຕ້ອງ​ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ພັກ, ລັດ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ ​ເປັນ​ຢ່າງ​ດີກ​ວ່າ​ອີກ ​ແລະ ປາດ​ຖະໜາ​ວ່າ, ປີ 2014 VOV ຈະ​ມານະ​ພະຍາຍາມ​ເພື່ອ​​ໃຫ້ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

 “​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະມີ​ຊ່ອງ​ໂທລະພາບ​ສະພາ​ແຫ່ງ​ຊາດເພື່ອ​ເຜີຍ​ແຜ່​ບັນດາ​ລັດຖະນະ​ໂຍບາຍຂອງ​ພັກ, ລັດທີ່​ມີຕໍ່ຊີວິດ​ສັງຄົມ, ຮັບປະກັນ​ການ​ຊີ້​ນຳ, ນຳພາ​ຂອງ​ພັກ​ຢ່າງ​ເດັດຂາດ. ພິ​ເສດ​ແມ່ນ​ຖ່າຍ​ທອດ​ສົດ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ສະ​ນັ້ນ, ນີ້​ແມ່ນການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ”.

ຂ່າວ/ບົດ​ອື່ນ