VOV ສືບຕໍ່ຊ່ວຍເຫຼືອລາວ ສ້ອມແປງເຄື່ອງສົ່ງແຫ່ງຊາດ

VOV ສືບຕໍ່ຊ່ວຍເຫຼືອລາວ ສ້ອມແປງເຄື່ອງສົ່ງແຫ່ງຊາດ - ảnh 1
ພາບປະກອບ

( vovworld ) ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ລາວ ຮັບ​ໃຊ້​ກອງ​ປະຊຸມ ASEM 9 ​ເປັນ​ຢ່າງ​ດີ ຊື່​ງຈະ​ດຳ​ເນີນ​ໃນ​ເດືອນ 11 ປີ​ນີ້ ​ແລະ ​ໃນ​ສະ​ເພາະ​ໜ້າ ​ແມ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຂໍ້​ມູນ​ຂ່າວ​ຂອງ​ປະຊາຊົນ​ລາວ ​ໃນ​ໂອກາດ​ບຸນປີ​ໃໝ່​ລາວ ​ໃນ​ລະຫວ່າງວັນ​ທີ 12-14/4 ທີ່​ຈະ​ມາ​ເຖິງ​ນີ້, ວິທະຍຸ​ກະຈາຍສຽງຫວຽດນາມ ​ໄດ້​ສົ່ງ​ໜ່ວຍ​ປະຕິບັດ​ງານ​ດ້ານ​ເຕັກນິກ​ໄປ​ລາວ ​ເພື່ອ​ຊ່ວຍ​ລາວ​ຟື້ນ​ຟູ, ສ້ອມ​ແປງ​ສະຖານີ​ກະຈາຍສຽງ​ຕົ້ນຕໍ 2 ​ແຫ່ງ​ຂອງວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ລາວ. ທ່ານ ສີສະ​ໝອນ ພົມ​ມີ​ໄຊ, ຜູ້ອຳນວຍການ​ສູນ​ເຕັກນິກ​ກະຈາຍສຽງວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ລາວ​ ໃຫ້​ຮູ້​ວ່າ: “​ພວກ​ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ ຍ້ອນ​​ເຄື່ອງ​ສົ່ງໄດ້​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ແລ້ວ. ນອກຈາກ​ນັ້ນ​ແລ້ວ, ບັນດາ​ເພື່ອນ​ຫວຽດນາມ ຍັງ​ຊ່ວຍ​ພວກຂ້າພະ​ເຈົ້າຊື້​ບັນດາ​ເຄືອ່ງ​ອຸປະກອນ ​ເພື່ອ​ຕິດຕັ້ງ ​ແລະ ສອ້ມ​ແປງ​ສຳ​ເລັດ. ປະຈຸ​ບັນ, ​ເຄື່ອງ​ສົ່ງ​ໄດ້​ເຄື່ອນ​ໄຫວ​ດີ​​ແລ້ວ, ພວກ​ຂ້າພະ​ເຈົ້າຈະ​ຮັບ​ໃຊ້​ປະຊາຊົນ​ເປັນ​ຢ່າງ​ດີ ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ອັນ​ໃກ້ໆ​ນີ້

ຂ່າວ/ບົດ​ອື່ນ