VOV ສະເໜີຕົວລາຍການກະຈາຍສຽງພາສາ ສ.ເກົາຫຼີ

(VOVWORLD) - ລາຍການກະຈາຍສຽງພາສາ ສ.ເກົາຫຼີ ໄດ້ກະຈາຍໃນຄວາມຖີ່ FM 105.5 MHz ຂອງ VOV, ເວລາອອກອາກາດແມ່ນແຕ່ 7 ໂມງຫາ 8 ໂມງ, 17 ໂມງ - 18 ໂມງ ແລະ 21 ໂມງ - 22 ໂມງ ໃນແຕ່ລະວັນ
VOV ສະເໜີຕົວລາຍການກະຈາຍສຽງພາສາ ສ.ເກົາຫຼີ - ảnh 1 ພິທີສະເໜີຕົວລາຍການພາສາ ສ. ເກົາຫຼີ

ໂດຍກົງກັບໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ - VOV (07 ກັນຍາ 1945 – 07 ກັນຍາ 2018). ໃນເວລາ 18 ໂມງ ຂອງວັນທີ 07 ກັນຍາ,VOV ໄດ້ສະເໜີຕົວລາຍການກະຈາຍສຽງພາສາ ສ.ເກົາຫຼີ, ຢູ່ເຮືອນເລກທີ 45 ຖະໜົນ ບ່າຈຽວ, ຮ່າໂນ້ຍ. ນີ້ແມ່ນລາຍການກະຈາຍສຽງພາສາຕ່າງປະເທດທີ 12 ຂອງ VOV5 ເພື່ອແນໃສ່ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ຂໍ້ມູນຂ່າວສານດ້ານເສດຖະກິດ, ສັງຄົມ.

        ລາຍການກະຈາຍສຽງພາສາ ສ.ເກົາຫຼີ ໄດ້ກະຈາຍໃນຄວາມຖີ່ FM 105.5 MHz ຂອງ VOV, ເວລາອອກອາກາດແມ່ນແຕ່ 7 ໂມງຫາ 8 ໂມງ, 17 ໂມງ - 18 ໂມງ ແລະ 21 ໂມງ - 22 ໂມງ ໃນແຕ່ລະວັນ ແລະ ຜູ້ຟັງ, ຜູ້ອ່ານສາມາດຮັບຟັງໂດຍກົງຜ່ານແວັບໄຊ vovworld.vn, ດ້ວຍບັນດາລາຍການທີ່ອຸດົມສົມບູນທາງດ້ານວັດທະນະທຳ, ເສດຖະກິດ, ສັງຄົມ, ລາຍການເພງ…

        ເລື່ອງສະເໜີຕົວລາຍການກະຈາຍສຽງພາສາ ສ.ເກົາຫຼີ ມີຄວາມໝາຍສຳຄັນ ເມື່ອການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ໄດ້ຮັບການສ້າງຕັ້ງມາແຕ່ດົນນານ. ປະຈຸບັນ, ປະຊາຄົມຊາວ ສ.ເກົາຫຼີ ອາໄສຢູ່ ຫວຽດນາມ ແມ່ນປະມານ 150.000 ຄົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແມ່ນປະມານ 170.000 ຄົນ. ນີ້ແມ່ນບັນດາຜູ້ຟັງສຳຄັນຂອງລາຍການກະຈາຍສຽງພາກພາສາ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ