VOV ແລະ ຄະນະພັກແຂວງລາຍເຈົາ ເຊັນໂຄງການສົມທົບກັນໂຄສະນາ

(VOVWORLD) - ຕາມເນື້ອໃນໂຄງການສົມທົບກັນໂຄສະນາໄດ້ເຊັນນັ້ນ, VOV ຈະເພີ່ມທະວີການໃຫ້ຂໍ້ມູນຂ່າວສານ, ໂຄສະນາ, ເຜີຍແຜ່ ກ່ຽວກັບພາບພົດແຂວງ ລາຍເຈົາ ໃນສື່ມວນຊົນປະເພດຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ
VOV ແລະ ຄະນະພັກແຂວງລາຍເຈົາ ເຊັນໂຄງການສົມທົບກັນໂຄສະນາ - ảnh 1ພິທີລົງນາມລະຫວ່າງສອງຝ່າຍ (ພາບ:VOV)

ຕອນບ່າຍວັນທີ 13 ທັນວາ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ຄະນະພັກແຂວງ ລາຍເຈົາ ໄດ້ສົມທົບກັນເຊັນໂຄງການສົມທົບກັນໂຄສະນາໄລຍະ 2024 – 2026. ທ່ານ ໂດ໋ຕ໋ຽນສີ, ຜູ້ອຳນວຍການໃຫຍ່ VOV ແລະ ທ່ານນາງ ຢ່າງປາວໝີ, ເລຂາຄະນະພັກແຂວງ ລາຍເຈົາ ໄດ້ເຊັນໂຄງການດັ່ງກ່າວ.

        ຕາມເນື້ອໃນໂຄງການສົມທົບກັນໂຄສະນາໄດ້ເຊັນນັ້ນ, VOV ຈະເພີ່ມທະວີການໃຫ້ຂໍ້ມູນຂ່າວສານ, ໂຄສະນາ, ເຜີຍແຜ່ ກ່ຽວກັບພາບພົດແຂວງ ລາຍເຈົາ ໃນສື່ມວນຊົນປະເພດຕ່າງໆຂອງວິທະຍຸກະຈາຍສຽງ ຫວຽດນາມ; ພິເສດ, ສຸມໃສ່ໂຄສະນາກ່ຽວກັບວຽກງານກໍ່ສ້າງພັກ, ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ; ກຳນົດທິດຫາງສຽງຢ່າງທັນການ, ຍົກສູງສະຕິຄວາມຮູ້ໃຫ້ແກ່ປະຊາຊົນ… ໂຄງການກໍ່ໄດ້ວາງອອກໜ້າທີ່ສົມທົບກັນບຳລຸງສ້າງ, ຝຶກອົບຮົມເພື່ອຍົກສູງລະດັບວິຊາສະເພາະ ໃຫ້ແກ່ຖັນແຖວບັນດາຜູ້ເຮັດວຽກງານຂ່າວສານຂອງ ລາຍເຈົາ.

ຕອບກັບ

ຂ່າວ/ບົດ​ອື່ນ