WHO ສ້າງ​ເວັ​ບ​ໄຊ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ໄວ​ຣັດ Corona ສາ​ຍ​ພັນ​ໃໝ່

(VOVWORLD) -ວັນທີ 6 ກຸມພາ, ອົງການອານາໄມໂລກ(WHO) ໄດ້ເປີດຕົວເວັບໄຊໃໝ່ເພື່ອເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບໄວຣັດ Corona ສາຍພັນໃໝ່ຢ່າງທັນການ.
WHO ສ້າງ​ເວັ​ບ​ໄຊ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ ກ່ຽວ​ກັບ​ໄວ​ຣັດ Corona ສາ​ຍ​ພັນ​ໃໝ່ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອານາໄມໂລກ (ພາບ: Reuters) 

ເວັບໄຊໃໝ່ ຂອງ WHO ໄດ້ສະໜອງບັນດາຂໍ້ມູນຂ່າວສານທີ່ເປັນທາງການ, ປະຕິເສດບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງ ເຊິ່ງກໍ່ຄວາມແຕກຕື່ມຢ້ານເກີດເຫດຕໍ່ປະຊາຊົນ.

ຕໍ່ໜ້າສະພາບການລະບາດຂອງ ໄວຣັດ Corona ສາຍພັນໃໝ່ ຄືໃນປັດຈຸບັນ, ການຄວບຄຸມບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງໄດ້ກໍ່ຄວາມແຕກຕື່ມຢ້ານເກີດເຫດຕໍ່ຫາງສຽງແມ່ນຈຳເປັນທີ່ສຸດ. WHO ໄດ້ເນັ້ນໜັ້ກວ່າ ບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງນັ້ນ ແມ່ນ ໄພອັນຕະລາຍເຊິ່ງໂລກຄວນຮ່ວມແຮງຮ່ວມໃຈກັນ, ຄວບຄຸມ ແລະ ສະກັດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ