ກົດໝາຍປັບປຸງເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍພັກອາໄສ ບໍ່ຈຳກັດສິດພົນລະເມືອງ

ກົດໝາຍປັບປຸງເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍພັກອາໄສ ບໍ່ຈຳກັດສິດພົນລະເມືອງ - ảnh 1
(ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ສືບຕໍ່ເຮັດວຽກ)
(vovworld) –  ຕອນ​ບ່າຍ​ວັນ​ທີ 24/5, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​​ຄາດ​ຄະ​ເນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2014, ປັບປຸງລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2013 ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພັກ​ອາ​ໄສ.

ກ່ຽວ​ກັບຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພັກ​ອາ​ໄສ, ບັນດາ ສສຊ ສຸມ​ໃສ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ເງື່ອນ​ໄຂ​ຈົດ​ທະບຽນ​ພັກ​ອາ​ໄສ​ຢູ່​ນະຄອນ​ສັງກັດ​ສູນ​ກາງ, ກ່ຽວ​ກັບ​ການ​ປ່ຽນ​ບ່ອນ​ຈົດ​ທະບຽນ​ພັກ​ອາ​ໄສ​ໃນ​ກໍລະນີ​ຍ້າຍ​ບ່ອນຢູ່​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ທ່ານ ດິງຊວນ​ຖາວ, ສສຊ ນະຄອນ​ຮ່າ​ໂນ້ຍ, ປະກອບ​ຄຳ​ເຫັນ​ວ່າ:

“ຈຸດໝາຍ​ຕົ້ນ​ຕໍ່​ຢູ່​ທີ່​ນີ້​ແມ່ນ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ໃນ​ການ​ພັກ​ອາ​ໄສ, ສ່ວນ​ຝ່າຍ​ລັດ ​ແມ່ນ​ຮັບປະກັນ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ການ​ພັກ​ອາ​ໄສ​ຂອງ​ປະຊາຊົນ​ຢ່າງ​ເຄັ່ງ​ຄັດ. ການ​ແກ້​ໄຂ​ຢູ່​ທີ່​ນີ້ ​ແມ່ນ​ຕ້ອງ​ເຮັດ​ລະບຽບ​ການ​ບໍລິຫານ​ຢ່າງ​ງາຍ​ດາຍ. ບັນຫາ​ນີ້​ແມ່ນ​ແກ້​ໄຂ​ຜົນ​ປະ​ໂຫຍ​ດຢ່າງ​ກົມກຽວຂອງ​ທັງ​ປະຊາ​ຄົມ ​ແລະ ແຕ່​ລະບຸ​ກຄົນ​“.

ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2014, ປັບປຸງລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2013, ສສຊ ບາງ​ທ່ານ​ສະ​ເໜີ​ວ່າ, ລາຍການ​ນີ້​ຕ້ອງ​ໃຫ້​ບຸລິ​ມະ​ສິດ​ບັນດາ​ຮ່າງ​ກົດໝາຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ບັນດາ​ໂຄງການ​ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ, ການຈັດ​ຕັ້ງ​ກົງຈັກ​ລັດ, ສິດ​ຂອງ​ພົນລະ​ເມືອງ.

​ແລະ​ກໍ່​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ດ້ວຍ​ເກືອບ 70% ຈຳນວນ​ບັດ​ເຫັນ​ດີ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ໃຫ້​ສັດຕະຍາບັນ​ທ່ານ ຫງວຽນ​ຫື​ວວ້ານ, ​ເລຂາ​ຄະນະ​ພັກ​ແຂວງ​ລາວ​ກາຍ, ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ.

ກ່ອນ​ໜ້າ​ນັ້ນ,  ດ້ວຍບັດ​ເຫັນ​ດີ​ກວ່າ 71% ​ໃນ​ວາລະ​ປະຊຸມ​​ຕອນ​ເຊົ້າ​ວັນ​ທີ 24/05, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາ​ດທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ໄດ້​ເຫັນ​ດີ​ແຕ່ງ​ຕັ້ງທ່າ​ນ ດິງຕ໋ຽນຢຸງ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ກະຊວງ​ການ​​ເງິນ. ຫຼັງ​ຈາກ​ນັ້ນ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລົງມະຕິຮັບ​ຮອງເອົາມະຕິ​ກ່ຽວ​ກັບ​ເລື່ອງ​​ໃຫ້​ສັດຕະຍາບັນ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ການ​​ເງິນ ສຳລັບ​ທ່ານ ດິງຕ໋ຽນຢຸງ ​​.

        ​ແລະກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕາງໜ້າ​​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແນະນ​ຳທ່ານ ຫງວຽນ​ຫືວຫວ້ານ, ​ເລຂາ​ຄະນະ​ພັກແຂວງລາວ​ກາຍ, ຮັບ​ດຳລົງຕຳ​ແໜ່​ງ​​ເປັນຫົວໜ້າ​ອົງການກວດ​ສອບ​ແຫ່ງ​ລັດ.

       

ຂ່າວ/ບົດ​ອື່ນ