ກູ​ບາ​ ຄັ​ດ​ຄ້ານ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຂອງ ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 4 ກໍລະກົດ, ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາ ໄດ້ຖະແຫຼງວ່າ ອາເມລິກາ ບໍ່ມີສິດຈັດວາງບັນດາມາດຕະການລົງໂທດພຽງລຳພັງເພື່ອຕ້ານຄືນບັນດາອົງການຈັດຕັ້ງຂອງ ກູບາ ຫຼື ບໍ່ວ່າປະເທດໃດທີ່ມີການພົວພັນການຄ້າກັບ ເວເນຊູເອລາ.
ກູ​ບາ​ ຄັ​ດ​ຄ້ານ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຂອງ ​ອາ​ເມ​ລິ​ກາ - ảnh 1 ທ່ານ Bruno Rodriguez ລັດຖະມົນຕີການຕ່າງປະເທດ ກູບາ (ພາບ: AFP/TTXVN)

ຖະແຫຼງດັ່ງກ່າວໄດ້ເອົາລົງສື່ສັງຄົມອອນລາຍ Twitter ຂອງຜູ້ນຳໜ້າຂະແໜງການຕ່າງປະເທດຂອງ ກູບາ ພາຍຫຼັງວັນໜຶ່ງເມື່ອ ລັດຖະບານ ອາເມລິກາ ນຳລັດວິສາຫະກິດ Cubametales - ເຊິ່ງແມ່ນຫົວໜ່ວຍຮັບຜິດຊອບການນຳເຂົ້ານ້ຳມັນອາຍແກັດ ຂອງ ກູບາ - ເຂົ້າໃນບັນຊີລາຍຊື່ບັນດາອົງການຈັດຕັ້ງທີ່ຖືກລົງໂທດຍ້ອນມີການພົວພັນກັບ ເວເນຊູເອລາ, ເຫດຜົນທີ່ ອາເມລິກາຍົກອອກມານັ້ນ, ຍ້ອນວ່າ ກູບາ ສືບຕໍ່ນຳເຂົ້ານ້ຳມັນອາຍແກັດທີ່ມາຈາກ ເວເນຊູເອລາ ຜ່ານ Cubametales, ສະໜອງການໜູນຊ່ວຍໃຫ້ແກ່ອຳນາດການປົກຄອງຂອງປະທານາທິບໍດີ ເວເນຊູເອລາ Nicolas Maduro. ທ່ານ Rodriguez ໄດ້້ເນັ້ນໜັກວ່າການກະທຳຈັດວາງພຽງລຳພັງດັ່ງກ່າວແມ່ນລະເມີດກົດໝາຍສາກົນ, ບັນດາຂໍ້ກຳນົດດ້ານການຄ້າ ແລະ ແມ່ນການບຸກໂຈມຕີທີ່ເລັ່ງໃສ່ການພົວພັນລະຫວ່າງບັນດາປະເທດທີ່ມີອະທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ