ກູບາ ຖອດຖອນບົດຮຽນການປະຕິຮູບດ້ານຕຸລາການຂອງ ຫວຽດນາມ

(VOVWORLD) -ກູບາ ປາດຖະໜາຢາກຖອດຖອນບົດຮຽນຂອງ ຫວຽດນາມ ຈາກການເຄື່ອນໄຫວຂອງບັນດາອົງການຈັດຕັ້ງທີ່ມີສິດອໍານາດສູງສຸດ.
ກູບາ ຖອດຖອນບົດຮຽນການປະຕິຮູບດ້ານຕຸລາການຂອງ ຫວຽດນາມ - ảnh 1 ທ່ານ Homero Alvarez ກໍາມະການສູນກາງພັກກອມມູນິດ ກູບາ, ສະມາຊິກສະພາແຫ່ງຊາດ, ເລຂາສະພາແຫ່ງລັດກູບາ (ພາບ: TTXVN)

  ວັນທີ 14 ມິຖຸນາ, ທ່ານນາງ ຫງວຽນທິເລະ ປະທານສະພາປະຊາຊົນ ນະຄອນໂຮ່ຈີມິນຂອງຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ແລກປ່ຽນກັບຄະນະຜູ້ແທນກູບາ ໂດຍທ່ານ Homero Alvarez ກໍາມະການສູນກາງພັກກອມມູນິດ ກູບາ, ສະມາຊິກສະພາແຫ່ງຊາດ, ເລຂາສະພາແຫ່ງລັດກູບາ ເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານ Homero Alvarez ເນັ້ນໜັກວ່າ ເລື່ອງຖອດຖອນບົດຮຽນຂອງ ຫວຽດນາມ ເພື່ອຮັບເອົາການດັບແປງລັດຖະທໍາມະນູນ ດ້ວຍຫຼາຍຈຸດທີ່ຄ້າຍຄືກັນກັບ ຫວຽດນາມ ກ່ຽວກັບໂຄງປະກອບການຈັດຕັ້ງກົງຈັກລັດ, ເພີ່ມທະວີຄວາມເປັນເຈົ້າຂອງດ້ານການເງິນ ແລະ ສິດຕັດສິນບໍລິຫານ ໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນ ຜ່ານຮູບແບບ ສະພາປະຊາຊົນຂັ້ນແຂວງ... ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້, ກູບາ ປາດຖະໜາຢາກຖອດຖອນບົດຮຽນຂອງ ຫວຽດນາມ ຈາກການເຄື່ອນໄຫວຂອງບັນດາອົງການຈັດຕັ້ງທີ່ມີສິດອໍານາດສູງສຸດ.

        ນະທີ່ນີ້, ທ່ານນາງ ຫງວຽນທິເລະ ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ກໍແຈ້ງໃຫ້ຄະນະຜູ້ແທນກູບາ ຮັບຊາບກ່ຽວກັບໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງ ນະຄອນ ດ້ວຍບົດບາດເປັນຜູ້ນໍາໜ້າເສດຖະກິດຂອງທົ່ວປະເທດ, ຫວນຄືນບັນດາການຢ້ຽມຢາມຂອງການນໍານະຄອນ ແລະ ແບ່ງປັນຮູບແບບການເຄື່ອນໄຫວ, ການພົວພັນຂອງ ສະພາປະຊາຊົນນະຄອນ ກັບ ບັນດາອົງການຈັດຕັ້ງຂັ້ນສູນກາງ.


ຕອບກັບ

ຂ່າວ/ບົດ​ອື່ນ