ກູບາ ແລະ ອີຢູ ຄັດຄ້ານບັນດາມາດຕະການບັງຄັບແຕ່ຝ່າຍດຽວຂອງ ອາເມລິກາ ເພື່ອຕ້ານຄືນປະເທດເກາະ Caribe

(VOVWORLD) -ບັນດາຜູ້ຕາງໜ້າຄະນະຜູ້ແທນທັງ ກູບາ ແລະ ອີຢູ ໄດ້ປະຕິເສດບັນດາຂໍ້ກໍານົດ ທີ່ “ລະເມີດກົດໝາຍ ແລະ ບັນດາລະບຽບການດ້ານການຄ້າສາກົນ” ຂອງບັນດາກົດໝາຍວ່າດ້ວຍການບັງຄັບ ເຊິ່ງ ວໍຊີີງຕັນ ປະກາດໃຊ້ເພື່ອຕ້ານຄືນ ກູບາ.

        ວັນທີ 29 ພະຈິກ, ກູບາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ດໍາເນີນການເຈລະຈາຮອບທີ 2 ກ່ຽວກັບມາດຕະການບັງຄັບແຕ່ຝ່າຍດຽວຂອງ ອາເມລິກາ ເພື່ອແນໃສ່ຕ້ານຄືນປະເທດເກາະ Caribe, ໃນນັ້ນ 2 ຝ່າຍ ກໍພ້ອມກັນປະຕິເສດການແຊກແຊງຈາກພາຍນອກຂອງບັນດາຂໍ້ກໍານົດກົດໝາຍ ເຊິ່ງວໍຊີງຕັນໄດ້ນໍາໃຊ້ ເພື່ອແນໃສ່ຮັດແໜ້ນການປິດລ້ອມ, ຂວໍ້າບາດເສດຖະກິດ, ການເງິນ ແລະ ການຄ້າ ທີ່ແກ່ຍາວມາເປັນເວລາ 6 ທົດສະວັດຜ່ານມາ.

        ໃນກອງປະຊຸມທີ່ໄດ້ດໍາເນີນຢູ່ນະຄອນຫຼວງ La Habana, ຕາມມາດຕາທີ 10 ຂອງສັນຍາວ່າດ້ວຍການເຈລະຈາດ້ານການເມືອງ ແລະ ການຮ່ວມມື ທີ່ໄດ້ລົງນາມລະຫວ່່າງ ກູບາ ກັບ ອີຢູ ແລ້ວ, ບັນດາຜູ້ຕາງໜ້າຄະນະຜູ້ແທນທັງ ກູບາ ແລະ ອີຢູ ໄດ້ປະຕິເສດບັນດາຂໍ້ກໍານົດ ທີ່ “ລະເມີດກົດໝາຍ ແລະ ບັນດາລະບຽບການດ້ານການຄ້າສາກົນ” ຂອງບັນດາກົດໝາຍວ່າດ້ວຍການບັງຄັບ ເຊິ່ງ ວໍຊີີງຕັນ ປະກາດໃຊ້ເພື່ອຕ້ານຄືນ ກູບາ.


ຕອບກັບ

ຂ່າວ/ບົດ​ອື່ນ