ກູບາ ແລະ ອາເມລິກາ ສ້າງຕັ້ງບໍລິສັດຮ່ວມທຸລະກິດອຸດສາຫະກຳແຫ່ງທຳອິດ

(VOVWORLD) - ວັນທີ 27 ກັນຍາ, ກຸ່ມບໍລິສັດເຕັກໂນໂລຊີຊີວະພາບແຫ່ງລັດຂອງ ກູບາ Biocubafarma ໃຫ້ຮູ້ວ່າ: 

ບໍລິສັດຮ່ວມທຸລະກິດແຫ່ງທຳອິດລະຫວ່າງ ກູບາ ແລະ ອາເມລິກາ ໃນຂົງເຂດເຕັກໂນໂລຊີຊີວະພາບ, ທີ່ມີຊື່ວ່າ: Innovative Immunotherapy Alliance SA., ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີສຳນັກງານຕັ້ງຢູ່ເຂດເສດຖະກິດພິເສດ Mariel ທາງທິດຕາເວັນຕົກຂອງນະຄອນຫລວງ La Habana. ນີ້ແມ່ນບໍລິສັດຮ່ວມທຸລະກິດລະຫວ່າງ 2 ສາຂາຂອງສູນຄົ້ນຄວ້າເຕັກໂນໂລຊີຊີວະພາບ 2 ແຫ່ງຂອງ 2 ປະເທດ.

       ຕາມຂໍ້ສັງເກດຂອງ Biocubafarma ແລ້ວ, ບາດກ້າວປະຫວັດສາດກ່ຽວກັບການຮ່ວມມືວິທະຍາສາດລະຫວ່າງ 2 ປະເທດ ໄດ້ອະນຸຍາດໃຫ້ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາຢາຕ້ານພະຍາດມະເຮັງຊະນິດໃໝ່, ອາດຈະແກ່ຍາວຊີວິດ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງຄົນເປັນພະຍາດມະເຮັງຢູ່ ອາເມລິກາ ນັບຫລາຍພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ