ກູບາມີຄວາມເພິ່ງພໍໃຈຕໍ່ຂໍ້ຕົກລົງຂອງສະຫະພາບເອີລົບ

ກູບາມີຄວາມເພິ່ງພໍໃຈຕໍ່ຂໍ້ຕົກລົງຂອງສະຫະພາບເອີລົບ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​
ຕ່າງປະ​ເທດ ກູ​ບາ Abelardo Moreno
(ພາບ: Granma)

(vovworld) – ​ ວັນ​ທີ 06/12 ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກູ​ບາ Abelardo Moreno  ​ໄດ້​ຖະ​ແຫຼ​ງ​ໂດຍ​ຢືນຢັນວ່າ ປະ​ເທດ​ນີ້​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ຂໍ້​ຕົກລົງທີ່​ຍົກ​ອອກ​ມາ​ໃນ​ວັນ​ດຽວ​ກັນ​ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ນີ້​ ກ່ຽວ​ກັບ​ເລື່ອງ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ເຈລະຈາດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ລະຫວ່າງ ບຣຸກ​ແຊນ ​ແລະ ລາ​ຮາ​ບາ​ນາ ສຳລັບ ກູ​ບາ, ​ເລື່ອງຍົກ​​ເລີກ​ນະ​ໂຍບາຍລຳ​ຟັງ​ຝ່າຍ​ດຽວ​ສຳ​ເລັດ​ຜົນ​ ​ແລະ ລົບ​ລ້າງ​ຮ່ອງຮອຍ​ອະດີດຕະການ, ກົງກັນຂ້າມ​ກັບ​ພື້ນຖານຄວາມ​ສະ​ເໝີ​ພາບ,  ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ແລະ ​ເຄົາລົບ ຊຶ່ງ ລາ​ຮາ​ບາ​ນາ ​ແລະ ບຣຸກ​ແຊນ​ ສ້າງຕັ້ງ​ການ​ພົວພັນ​ຂອງ​ຕົນ​ນັບ​ແຕ່​ປີ 2008, ​ແມ່ນ​ປັດ​ໃຈ​ສຳຄັນ. ທ່ານ Moreno ກໍ່​ຢືນຢັນວ່າ ບັນດາ​ຂໍ້​ຕົກລົງ​ຫວ່າງ​ແລ້ວ​ນີ້​ຂອງ ອີ​ຢູ ​​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ, ນຳ​ມາ​​ເຊິ່ງ​ກອບ​ກົດໝາຍທີ່​ເໝາະ​ສົ​ມ, ເຄົາລົບຊຶ່ງ​ກັນ ​ແລະ ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດໃຫ້ການ​ພົວພັນ 2 ຝ່າຍ, ຊຸກຍູ້​ການ​ເຈລະຈາ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື ​ແລະ ສ້າງ​ຄວາມ​ສະດວກ​ໃຫ້ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ຝ່າຍ.


ຂ່າວ/ບົດ​ອື່ນ