ທ່ານ Herminio Lopez Diaz
ພາບ: dangcongsan.vn
(vovworld) - ກູບາ ສືບຕໍ່ສ້າງການພົວພັນກັບຫວຽດນາມໃຫ້ເລິກເຊິ່ງກ່ວາ ນັ້ນແມ່ນຄຳຢືນຢັນຂອງທ່ານ Herminio Lopez Diaz ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ກູບາ ປະຈຳ ຫວຽດນາມ ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດ ກູບາ ຄັ້ງທີ 7 ຫາກໍ່ສິ້ນສຸດລົງຢ່າງຈົບງາມ. ທ່ານເອກອັກຄະລັດຖະທູດ Herminio Lopez Diaz ໃຫ້ຮູ້ວ່າ: ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກກອມມູນິດ ກູບາ ແນວທາງການຕ່າງປະເທດຂອງ ກູບາ ຍັງຄົງສືບຕໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດເພື່ອນ ມິດໃຫຍ່ໃນໂລກຄື: ຫວຽດນາມ ແລະ ການພົວພັນກັບ ຫວຽດນາມ ສືບຕໍ່ແມ່ນເນື້ອໃນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ກູບາ, ບໍ່ພຽງແຕ່ໃນການພັດທະນາສາຍພົວພັນດ້ານການເມືອງ, ການຕ່າງປະເທດເທົ່ານັ້ນ ຫາກຍັງໃນບັນດາຂົງເຂດຮ່ວມມືເສດຖະກິດ, ການຄ້າ, ກໍ່ຄືເປັນຂົວເຊື່ອມຕໍ່ ເພື່ອໃຫ້ບັນດາຝ່າຍເປີດກ້ວາງການຮ່ວມມືອອກສູ່ທົ່ວໂລກ. ກູບາ ຈະສືບຕໍ່ສ້າງການພົວພັນກັບ ຫວຽດນາມ ໃຫ້ເລິກເຊິ່ງກ່ວາ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ. ຕາມທ່ານເອກອັກຄະລັດຖະທູດ ກູບາ ແລ້ວ, 2 ປະເທດຄວນຊອກຫາວິທີ ເພື່ອເພີ່ມທະວີການຮ່ວມມືໃນການພົວພັນດ້ານເສດຖະກິດ, ການຄ້າທັງລວງກ້ວາງ ແລະ ລວງເລິກ. ກູບາ ປາດຖະໜາຢາກໄດ້ຮັບແຫຼ່ງເງິນລົງທຶນຂອງ ຫວຽດນາມ ໃນຫລາຍໂຄງການ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ພ້ອມກັນມີຜົນປະໂຫຍດ. ກູບາ ຈະສ້າງເງື່ອນໄຂສະດວກໃຫ້ຝ່າຍ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື: ການຢາ, ວິທະຍາສາດເຕັກໂນໂລຢີ…2 ປະເທດມີຄວາມສາມາດບົ່ມຊ້ອນການຮ່ວມມືຫລາຍຢ່າງໃນຂົງເຂດນີ້, ປະກອບສ່ວນຍົກສູງຄຸນນະພາບການແພດສາທາລະນະຂອງ ຫວຽດນາມ. ກອງປະຊຸມໃຫຍ່ຄັ້ງນີ້ ຂອງພັກກອມມູນິດ ກູບາ ໄດ້ສ້າງເງື່ອນໄຂສະດວກ ເພື່ອສືບຕໍ່ຮັດແໜ້ນການພົວພັນແບບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ກ່ວາອີກ.