ກູບາ,ອາເມລິກາຊຸຫຍູ້ວິວັດທະນາການຮ່ວມມືຕ້ານກໍ່ການຮ້າຍ

ກູບາ,ອາເມລິກາຊຸຫຍູ້ວິວັດທະນາການຮ່ວມມືຕ້ານກໍ່ການຮ້າຍ - ảnh 1
ສະຖານທູດ ກູບາ ປະຈຳ ກູບາ
(ພາບ: Lê Hà/ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 9/6, ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເຕັກນິກ​ຢູ່​ນະຄອນຫຼວງ ລາ​ຮາ​ວານ ​ແນ​ໃສ່​ປຶ​ກສາ​ຫາລື​ການ​ຮ່ວມ​ມື​ເພື່ອສະກັດ​ກັ້ນ ​ແລະ ຕ້ານ​ລັດທິ​ກໍ່​ການ​ຮ້າຍ. ​ໃນ​ຖະ​ແຫຼ​ງການ, ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ຊີ້​ແຈ້ງວ່າ​ກອງ​ປະຊຸມ​ຖືກ​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ເຄົາລົບ​ນັບຖື ​ແລະ ວິຊາ​ການ, ຜູ້​ຕາງໜ້າ2 ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​​ກ່ຽວ​ກັບ​ຄວາມ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ. ຄະນະ​ຜູ້​ແທນ ກູ​ບາ ລວມມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ພາຍ​ໃນ, ຫ້ອງການ​ກະຊວງ​ຍຸຕິ​ທຳ ​ແລະ ກົມ​ໃຫຍ່​ພາສີ. ຝ່າຍ ອາ​ເມ​ລິ​ກາ ມີ​ບັນດາ​ຜູ້​ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ ​ແລະ ຍຸຕິ​ທຳ ພ້ອມ​ກັບ​ສະຖານທູດ ອາ​ເມ​ລິ​ກາ ຢູ່ ລາ​ຮາ​ວານ. ການ​ຮ່ວມ​ມື​ຕ້ານ​ກໍ່​ການ​ຮ້າຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ທີ່ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ​ແລະ ກູ​ບາ ​ໄດ້ປຶ​ກສາ​ຫາລື​ໃນ​ຂອບ​ເຂດ​ບັນດາ​ຮອບ​​​ເຈລະຈາ ກ່ຽວ​ກັບ​ການ​ປະຕິບັດ​ກົ​ດໝາຍ​ນັບ​ແຕ່​ 2 ປະ​ເທດ​ຟື້ນ​ຟູ​ການ​ພົວພັນ 2 ຝ່າຍພາຍຫຼັງ​ກ່ວາ​ສະຕະວັດ​ຖືກ​ຕິດ​ຕອນ. ຝ່າຍ ອາ​ເມ​ລິ​ກາ ຖື​ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເຕັກນິກ​ຂອງ ອາ​ເມ​ລິ​ກາ ​ແລະ ກູ​ບາ ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາທີ່​ທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.



ຂ່າວ/ບົດ​ອື່ນ