ກຸ່ມ 4 ຝ່າຍ Normandy ຮຽກຮ້ອງປະຕິບັດຂໍ້ຕົກລົງ Minsk ກ່ຽວກັບຢູແກນ

ກຸ່ມ 4 ຝ່າຍ Normandy ຮຽກຮ້ອງປະຕິບັດຂໍ້ຕົກລົງ Minsk ກ່ຽວກັບຢູແກນ - ảnh 1
(ພາບປະກອບ: vestnikkavkaza.net)

(vovworld) – ຮຸ່ງ​ເຊົ້າ​ວັນ​ທີ 03/10 (ຕາມ​ເວລາ​ຫວຽດນາມ), ການ​ນຳ​ບັນດາ​ປະ​ເທດ​ລັດ​ເຊຍ, ຢູ​ແກຼນ, ​ເຢຍລະ​ມັນ ​ແລະ ຝລັ່ງ (ກຸ່ມ 4 ຝ່າຍ Normandy) ​ໄດ​້ສິ້ນ​ສຸດ​ການ​ເຈລະຈາ ທີ​່ແກ່ຍາວ​ເປ​ັນ​ເວລາ 5 ຊົ່ວ​ໂມງ, ຢູ່​ນະຄ​ອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ. ບັນດາ​ຝ່າ​ນລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປະຕິບັດ​ຂໍ້​ຕົກລົງ Minsk ກ່ຽວ​ກັບ​ເລື່ອງ​ແກ້​ໄຂ​ວິ​ກິດ​ການ​ຢູ​ແກຼນ, ຮຽກ​ຮ້ອງ​ປະຕິບັດ​ຂໍ້​ຕົກລົງ​ນີ້​ຢ່າງ​ຄົບ​ຖ້ວນ, ກໍ​ຄື​​ເລື່ອງ​ອາດຈະ​ແກ່ຍາວກຳ​ນົດ​ເວລາ​ຂອງ​ຂໍ້​ຕົກລົງ​ຮອດ​ປີ 2016.

        ສິ້ນ​ສຸດ​ການ​ເຈລະຈາ ທີ່​ແກ່ຍາວ​ເປັນ​ເວລາ 5 ຊົ່ວ​ໂມງ, ຢູ່​ຫວັງ Elysee, ບັນດາ​ຝ່າຍ​ບໍ່​ເຫັນ​ດີ​ລົງ​ນາມ​ໃນ​ບໍ່​ວ່າ​ຂໍ້​ຕົກລົງ​ໃດໆ. ທີ່​ການ​ປະຊຸມ​ຂ່າວ​ຮ່ວມ, ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Mekel ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຝ່າຍ​ລ້ວນ​ແຕ່​ມີ​ຄວມມພຶງ​ພໍ​ໃຈ​ຕໍ່​ໝາກຜົນ​ການ​ເຈລະຈາ, ບັນດາ​ບັນຫາ​ລະອຽດ​ໄດ້​ຮັບ​ການ​ປຶກສາ​ຫາລື ​ແລະ ທັດສະນະ​ຂອງ​ບັນດາ​ຝ່າຍ​ກໍ​ຫຍັບ​ມໍ​ເຂົ້າ​ກັນ​ກວ່າ. ທ່ານ​ນາງ Angela Mekel ຖືວ່າ, ບໍ່​ມີ​ມາດຕາ​ໃດໆ​ຂອງ​ຂໍ້​ຕົກລົງ Minsk ກ່ຽວ​ກັບ​ການ​ແກ້​ໄຂ​ວິ​ກິດ​ການ​ຢູ່​ຢູ​ແກຼນ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ. ​ໃນ​ຂະນະ​ນັ້ນ, ທີ່​ການ​ປະຊຸມ​ຂ່າວ​ສະ​ເພາະ, ທ່ານ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ​ໃຫ້​ຮູ້​ວ່າ, ທີ່​ການ​ເຈລະຈາ, ບັນດາ​ຝ່າ​ຍໄດ້​ເຫັນ​ດີ​ເລີ່​ມປະຕິວັດ​ວຽກ​ງານ​ ​ເກັບ​ກູ້​​ລະ​ເບີດ​ບໍ່​ທັນ​ແຕກຢູ່​ເຂດ Donbass ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ເຢຍລະ​ມັນ ​ແລະ ຝລັ່ງ. ທ່ານ Poroshenko ກໍ​ຫວັງ​ວ່າ, ການ​ເລືອກຕັ້ງ​ໂດ​ຍກຳລັງ​ທວງ​ເອົາ​​ແຍກຕົວ​ເປັນ​ເອກະລາດ​ຖະ​ແຫຼງ​ເອງ ຈະ​ບໍ່​​ໄດ້​ດຳ​ເນີນ​ໃນ​ວັນ​ທີ 18/10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ