ກົມ​ການ​ເມືອງ​ຈັດ​ການ​ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ

(VOVWORLD) -   ເນື່ອງໃນໂອກາດສະເຫຼີມສອງຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2020), ຕອນເຊົ້າວັນທີ 2 ກຸມພາ, ຢູ່ສຳນັກງານສູນກາງພັກ, ກົມການເມືອງໄດ້ຈັດກອງປະຊຸມພົບປະສ້າງສັນກັບບັນດາທ່ານອະດີດການນຳຂັ້ນສູງຂອງພັກ, ລັດ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ.
ກົມ​ການ​ເມືອງ​ຈັດ​ການ​ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ - ảnh 1

(ພາບ:  VGP/Nhật Bắc)

     ບັນດາທ່ານອະດີດການນຳຂັ້ນສູງຂອງພັກ, ລັດ, ແນວໂຮມປະເທດຊາດໄດ້ປະກອບຄຳເຫັນທີ່ມີຄວາມຮັບຜິດຊອບ, ສຸດຈິດສຸດໃຈ ເພື່ອໃຫ້ວຽກງານກໍ່ສ້າງພັກ, ກໍ່ສ້າງລັດແຫ່ງນິຕິບັດຍັດສັງຄົມນິຍົມ, ຍົກສູງປະສິທິຜົນການເຄື່ອນໄຫວຂອງບັນດາອົງການໃນລະບົບການເມືອງ, ປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ການຟູມເຟືອຍ…

   ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຮັບຮູ້ ແລະ ຂອບອົບຂອບໃຈຕໍ່ຄຳເຫັນປະກອບທີ່ມີຄວາມຮັບຜິດຊອບ, ສຸດຈິດສຸດໃຈຂອງບັນດາທ່ານອະດີດການນຳຂັ້ນສູງຂອງພັກ, ລັດ ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ. ກ່ຽວກັບສະພາບການຂອງປະເທດຊາດ ແລະ ບັນດາຜົນງານທີ່ບັນລຸໄດ້ໃນທຸກຂົງເຂດ ໃນໄລຍະຜ່ານມາ, ທ່ານຖືວ່າ ນັ້ນແມ່ນການສືບທອດ, ເສີມຂະຫຍາຍບັນດາຜົນງານຂອງກ່ວາ 30 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ ໂດຍພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍນ້ຳໃຈສາມັກຄີ, ເອກະພາບໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ.

ກົມ​ການ​ເມືອງ​ຈັດ​ການ​ພົບ​ປະ​ກັບ​ບັນ​ດາ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດ - ảnh 2 (ພາບ:ttbc-hcm.gov.vn)

      ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງງານວາງສະແດງພາບຖ່າຍທີ່ມີຫົວເລື່ອງວ່າ: “ພັກກອມມູນິດຫວຽດນາມ-ຄວາມໄວ້ເນື້ອເຊື່ອໃຈຕະຫຼອດໄປ” ຊື່ງໄດ້ນຳມາວາງສະແດງພາບຖ່າຍສີ ແລະ ຂາວດຳ 300 ແຜ່ນ,  ສະແດງໃຫ້ຫັນບັນດາຜົນງານອັນໃຫ່ຍຫຼວງ ແລະ ມີຄວາມໝາຍສຳຄັນຂອງການປະຕິວັດຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນ 90 ປີຜ່ານມາ ໂດຍພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ. ງານວາງສະແດງຈະອັດລົງໃນວັນທີ 15 ກຸມພາທີ່ຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ