ກົມການເມືອງສູນກາງພັກເຮັດວຽກກັບຄະນະປະຈຳພັກການທະຫານ ສູນກາງ
ຄະນະປະຕິບັດງານກົມການເມືອງເຮັດວຽກກັບ
ຄະນະປະຈຳພັກການທະຫານສູນກາງ
(ພາບ:nguyenphutrong.net)
|
(vovworld-)ຕອນບ່າຍວັນທີ 4/9,ຢູ່ຮ່າໂນ້ຍ, ຄະນະກວດກາຂອງກົມການເມືອງສູນການພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ພັກກອມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະປະຈຳພັກການທະຫານສູນກາງກ່ຽວກັບການປະຕິບັດມະຕິສູນກາງຄັ້ງທີ 4 (ຊຸດທີ 11) “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ ຊຸດທີ 11 ກ່ຽວກັບ “ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ພັກກອມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຕີລາຄາສູງອົງຄະນະພັກກອງທັບໄດ້ຜັນຂະຫຍາຍປະຕິບັດມະຕິສູນກາງຄັ້ງທີ 4 (ຊຸດທີ 11) “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ ຊຸດທີ 11 ກ່ຽວກັບ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” ເປັນຢ່າງດີ. ທ່ານເລຂາທິການໃຫຍ່ພັກກອມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ : “ ຂ້າພະເຈົ້າສະເໜີສືບຕໍ່ຊີ້ນຳຄະນະພັກ, ອົງການຈັດຕັ້ງພັກຂັ້ນຕ່າງໆໃນອົງຄະນະພັກກອງທັບ, ສືບຕໍ່ຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິສູນກາງຄັ້ງທີ 4 (ຊຸດທີ 11) ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ ຊຸດທີ 11 ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກທຸກໆຄົນ ແລະ ມະຫາຊົນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຈຸດປະສົງ, ຄວາມຮຽກຮ້ອງຕ້ອງການ, ສ້າງການຫັນປ່ຽນຢ່າງຕັ້ງໜ້າກ່ຽວກັບແນວຄິດການເມືອງ, ຄຸນສົມບັດແບບແຜນການດຳລົງຊີວິດ, ເປັນເຈົ້າການທຳນາຍ, ກຳນົດທິດ ແລະ ແກ້ໄຂບັນຫາເກີດໃໝ່ກ່ຽວກັບແນວຄິດຢ່າງທັນການ, ປະຕິບັດວຽກງານປົກປັກຮັກສາການເມືອງພາຍໃນເປັນຢ່າງດີ, ເດັດດຽວບໍ່ປະໃຫ້ບັນດາອິດທິກຳລັງເປັນປໍລະປັກສວຍໃຊ້: ກໍ່ຄວາມແບ່ງແຍກ...”
ການເຮັດວຽກກັບຫ້ອງວ່າການສູນກາງພັກ
ຂອງຄະນະປະຕິບັດງານກົມການເມືອງ
(ພາບ: cand.com.vn)
ກ່ອນໜ້ານັ້ນຄືໃນຕອນເຊົ້າວັນທີ 4/9, ຄະນະປະຕິບັດງານກົມການເມືອງ ໂດຍລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເຈີ່ນດ້າຍກວາງ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຫ້ອງວ່າການສູນກາງພັກກວດກາການສືບຕໍ່ຊີ້ນຳ, ນຳພາ ແລະ ຈັດຕັ້ງປະຕິບັດມະຕິສູນກາງຄັ້ງທີ 4 (ຊຸດທີ 11) “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ ຊຸດທີ 11 ກ່ຽວກັບ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ”. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ ເຈີນດ້າຍກວາງ ສະເໜີວ່າ: ດ້ວຍບົດບາດແມ່ນອົງການເສນາທິການ, ຊ່ວຍວຽກໃຫ້ຄະນະບໍລິຫານງານສູນກາງພັກ, ໂດຍກົງແມ່ມກົມການເມືອງ, ຄະນະເລຂາ, ໃນການຈັດຕັ້ງບໍລິຫານວຽກງານນຳພາຂອງພັກ, ສົມທົບປະສານວຽກງານ ການເຄື່ອນໄຫວຂອງບັນດາອົງການເປັນເສນາທິການຂອງພັກ ແລະ ຮັບປະກັນພາລະທິການຮັບໃຊ້ການເຄື່ອນໄຫວຂອງສູນກາງພັກ, ຫ້ອງວ່າການສູນກາງພັກ ຍູ້ແຮງວຽກງານ ສຶກສາການເມືອງແນວຄິດ, ສຶກສາມູນເຊື້ອໃຫ້ແກ່ພະນັກງານ, ສະມາຊິກພັກ, ເພີ່ມທະວີວຽກງານປົກປັກຮັກສາພາຍໃນ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຍົກສູງຄຸນນະພາບວຽກງານຕຳໜິຕິຊົມຕົນເອງ, ຄວາມສາມາດຕໍ່ສູ້ຂອງບັນດາອົງການຈັດຕັ້ງພັກຂັ້ນຮາກຖານ, ພະນັກງານ, ສະມາຊິກພັກ, ກໍ່ສ້າງ ແລະ ປັບປຸງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ເພີ່ມທະວີວຽກງານເສນາທິການກັບກົມການເມືອງ, ຄະນະເລຂາສູນກາງພັກ, ຕອບສະໜອງຄຳຮຽກຮ້ອງຕ້ອງການ, ໜ້າທີ່ຂອງຫ້ອງວ່າການສູນກາງພັກ.