ກົມການເມືອງເຮັດວຽກ ກັບຄະນະປະຈຳພັກ ແຂວງດ້ຽນບຽນ


ກົມການເມືອງເຮັດວຽກ ກັບຄະນະປະຈຳພັກ ແຂວງດ້ຽນບຽນ - ảnh 1

(ພາບ: TTXVN) 

(vovworld)- ຕອນ​ບ່າຍວັນ​ທີ 16/1, ຢູ່​ສຳນັກງາ​ນສູນ​ກາງ​ພັກ, ກົມ​ການ​ເມື​ອງ​ເຮັດ​ວຽກກັບ​ຄະນະ​ປະຈຳ​​ພັກ​ແຂວງ​ດ້ຽນບຽນ ກ່ຽວ​ກັບ​ສະພາ​ບການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຊຸດ​ທີ 11 ຂອງສູນກາງພັກ, ມະຕິ​ກອງ​ປະຊຸມ​ໃຫ່ຍຊຸດ​ທີ 12 ຂອງ​ຄະ​ນະ​ພັກ​ແຂວງ ອາຍຸ​ການ 2010-2015.

   ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ຕາງໜ້າ​ກົມ​ການ​ເມືອງ, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ເນັ້ນໜັກ​ວ່າ: ດ້ຽນບຽນ ​ແມ່ນ​ໜຶ່ງ​ໃນບັນດາ​ແຂວງ​ທຸກ​ຍາກ​ກ່ວາ​ໝູ່​ຂອງ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ແລະ ທົ່ວ​ປະ​ເທດ. ​ແຂວງ​ມີ​ທີ່​ຕັ້ງສຳຄັນ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫ່ຍ​ໃສ່​ໃຈ​ວ່າ: ດ້ຽນບຽນ ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ຄົບ​ຖ້ວນ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ, ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ ​ແລະ ຍາດ​ແຍ່ງການ​ຊ່ວຍ​ເຫຼືອ​ຂອງ​ສູນ​ກາງ​ເພື່ອ​ສ້າງ​ບາດ​ກ້າວ​ບຸກທະລຸ, ພັດທະນາ​ຢ່າງ​ໄວວາ​ກ່ວາ​ອີກ:

   “ຕອ້ງສຸມ​ໃສ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ-​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ຄົມມະນາຄົມ, ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ການ​ຈໍລະ​ຈອນ​ສິນຄ້າ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ. ຕ້ອງ​ເສີມ​ຂະຫຍາຍ, ຂຸດ​ຄົ້ນບັນດາ​ແຫຼ່ງກຳລັງ​ພາຍ​ໃນ​ແຂວງ, ສູນ​ກາງ ​ແລະ ທົ່ວ​ປະ​ເທດ. ​ໃນ​ນັ້ນ ມີ​ການ​ລະດົມ​ກຳລັງ ປຊຊ. ​ແຂວງ​ດ້ຽນບຽນ​ ສາມາດ​ເປີດ​ກ້ວາງ​ການ​ພົວພັນ, ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ແຂວງ, ນະຄອນ​ອື່ນ​ໃນ​ທົ່ວ​ປະ​ເທດ“./.

 

ຂ່າວ/ບົດ​ອື່ນ