ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງກວາງນິງ

ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງກວາງນິງ - ảnh 1
ກົມການເມືອງເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງກວາງນິງ
(ພາບ: baomoi.com)

(vovworld) -  ຕອນ​ເຊົ້າ​ວັນ​ທີ 8/9, ຢູ່​ສຳນັກງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງກວາງ​ນິງ. ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ນິງ Pham Minh Chinh ​ໄດ້​ລາຍ​ງານ​ກັບ​ກົມ​ການ​ເມືອງ​ກ່ຽວ​ກັບ​ແຜນ​ຮ່າງ ”ພັດທະນາ​ເສດຖະກິດ - ສັງຄົມ​ຢ່າງ​ວ່ອງ​ໄວ, ໝັ້ນຄົງ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກໍ່ສ້າງ​ທົດ​ລອງ​ສອງ​ຫົວໜ່ວຍ​ບໍລິຫານ - ​ເສດຖະກິດ​ພິ​ເສດ ​ເວິນ​​ໂດ່​ນ, ມ໋ອງກ໋າຍ”. ຄາດໝາຍ​ຂອງ​ແຜນ​ຮ່າງ​ແມ່ນກໍ່ສ້າງ​ແຂວງ​ກວາງ​ນິງ​ໃຫ້​ກາຍ​ເປັນ​ແຂວງ​ບໍລິການ, ອຸດສາຫະກຳ​ທັນ​ສະ​ໄໝ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ແຂວງ​ນຳ​ໜ້າດ້ານ​ເສດຖະກິດ​ຂອງ​ພາກ​ເໜືອ, ຕັ້ງໜ້າ​ຫັນປ່ຽນ​ແບບ​ວິທີ​ພັດທະນາ, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ ”ຂຽວ”, ໝັ້ນຄົງ ດ້ວຍ​ເຕັກ​ໂນ​ໂລ​ຢີສະອາດ, ​ເຕັກ​ໂນ​ໂລ​ຢີສູງ, ບໍ່​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ທະ​ເລ.

ກ່າວ​ຄວາມ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຊີ້​ແຈ້ງວ່າ:

”ດ້ວຍ​ບັນດາ​ແຜນ​ຮ່າງ​ທີ່​ພວກ​ເຮົາ​ສະ​ເໜີ​ໃນ​ມື້​ນີ້ ​ແມ່ນ​ບັນດາ​ເອກະສານ​ອັນ​ລ້ຳ​ຄ່າ ​ແລະ ສຳຄັນ​ທີ່​ສຸດ ​ເພື່ອ​ໃຫ້​ກົມ​ການ​ເມືອງ​ມີ​ພື້ນຖານພິຈາລະນາ, ຄົ້ນ​ຄ້ວາ. ການ​ພັດທະນາ​ແຂວງ​ກວາງ​ນິງບໍ່​ແມ່ນ​ພາລະກິດ​ສະ​ເພາະ​ຂອງ​ກວາງນິງ ຫາກ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ສູນ​ກາງ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ. ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ ພ້ອມ​ກັບ​ແຂວງ​ກວາງ​ນິງ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ພັກ​ລັດຖະບານ ກະກຽມ​ຢ່າງ​ລະອຽດ​​ເພື່ອຍື່ນ​ສະ​ເໜີ​ກົມ​ການ​ເມືອງ​ພິຈາລະນາ, ຕົກລົງ”

ຂ່າວ/ບົດ​ອື່ນ