ກົມການເມືອງເຮັດວຽກກັບນະຄອນ ໂຮ່ຈີມິນ

ກົມການເມືອງເຮັດວຽກກັບນະຄອນ ໂຮ່ຈີມິນ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/7, ຢູ່​ສຳນັກງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ເປັນ​ປະທານ​ກອງ​ປະຊຸມ​ກົມ​ການ​ເມືອງ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ສະຫຼຸບ​ມະຕິ​ເລກທີ 20 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 9 ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ພັດທະນາ​ນະຄອນ ​ໂຮ່ຈີ​ມິນ​ ຮອດ​ປີ 2020. ບົນ​ພື້ນຖານ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 10 ປີ​ຜ່ານ​ມາ, ນະຄອນ ​ໂຮ່ຈີ​ມິນ​ຖອດ​ຖອນ​ມາ​ໄດ້ 4 ບົດຮຽນ, ​ໃນ​ນັ້ນ​​ເໜ້ັນ​ໜັກວ່າ​ເລື່ອງ​ນະ​ຄອນ​ປະຕິບັດ​ທົດ​ລອງ​ສຳລັບ​ບັນດາບັນຫາ​ທີ່​ຫາ​ກໍ​ເກີດ​ໃໝ່​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ບໍ່ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ໄລຍະ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຕະຫຼອດ​ວິວັດ​ທະ​ນາການສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ສ້າງ​ສຳ​ເລັດ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ສັງຄົມ​ນິຍົມ. 

ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ບັນດາ​ສະມາຊິກ​ໃນກົມ​ການ​ເມືອງ ​ຈະ​ເຫັນ​ດີ ​ປະກາດ​​ໃຊ້ມະຕິ​ສະບັບ​ໃໝ່​ ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ພັດທະນາ​ນະຄອນ​ໂຮ່ຈິ​ມິນ​ຮອດ​ປີ 2020 ​ໂດຍ​ອີ່​ງ​ໃສ່​ມະຕິ​ເລກທີ 11 ຂອງ​ພັກ, ​ໂຄງການການ​ເມືອງ, ຍຸດ​ທະ​ສາດ​ສ້າງ​ສາປະ​ເທດ​ຊາດ ກໍ​ຄື​ບັນດາ​ມະຕິ​ສູນ​ກາງ​ທີ 4 ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈ້ງວ່າ.

        “ພ້ອມ​ກັບ​ການ​ປັບປຸງກົນ​ໄກ, ປະຕິ​ຮູບ​ດ້ານ​ບໍລິຫານ, ຮູບ​ແບບ​ຄຸມ​ຄອງອຳນາດ​ການ​ປົກ​ຄອງ​ຕົວ​ເມືອງ, ​ໃນ​​ຕໍ່ໜ້າ​ກໍ​ຄື​​ໄລຍະຍາວ​, ຄວນ​ສຸມ​ໃສ່​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງພັກ​​​ໃຫ້​ເປັນ​ຢ່າງ​ດີ, ນີ້​ແມ່ນ​ບັນຫາ​ສຳຄັນ​​ໂດຍ​ພື້ນຖານ. ຕົວຢ່າງ​ຄື ບັນຫາ​ວາງແຜນພະນັກງານ, ປະຕິບັດ​ຫຼັກການ​ລວມສຸນປະ​ສາທິປະ​ໄຕ, ການພົວພັນ​ລະຫວ່າງ​ຜູ້ນຳ​ກັບ​ໝູ່​ຄະນະ, ຕ້ານ​ການ​ຊຸດ​​ໂຊມ​ດ້ານຄຸນສົມບັດ, ​​ແບບ​ແຜນ​ດຳລົງ​ຊີວິດ, ​​ພ້ອມ​ກັນນັ້ນ​ແມ່ນ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ, ລະບຽບກາ​ນປະຊາທິປະ​ໄຕ​ຂັ້ນ​ຮາກ​ຖານ, ​ແກ້​ໄຂ​ການ​ຮ້ອງ​ຟ້ອງ​, ຮ້ອງທຸກຂອງ​ປະຊາ​ຊົນ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ຢ່າງ​ເດັດຂາດ”

ຂ່າວ/ບົດ​ອື່ນ