ກຸ່ມບໍລິສັດ SK (ສ. ເກົາຫຼີ) ໜູນຊ່ວຍລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນກັ້ນນ້ຳແຕກ

(VOVWORLD) - ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ເຊີອູນ, ສ ເກົາຫຼີ, ທ່ານ Chey Tae – won, ປະທານກຸ່ມບໍລິສັດ SK ໄດ້ໃຫ້ຄຳໝັ້ນສັນຍານີ້, ພ້ອມທັງຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍຢູ່ອັດຕະປື

ວັນທີ 27 ກໍລະກົດ, ກຸ່ມບໍລິສັດ SK ຂອງ ສ ເກົາຫຼີ ໃຫ້ຮູ້ວ່າ: ກຸ່ມບໍລິສັດດັ່ງກ່າວໄດ້ຕັດສິນໃຈໜູນຊ່ວຍ ສປປ ລາວ ຈຳນວນເງິນ 10 ລ້ານ USD ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເຂື່ອນກັ້ນນ້ຳສ່ວນໜຶ່ງຂອງເຂື່ອນໄຟຟ້າແຕກ, ເຊິ່ງສາຂາໜຶ່ງຂອງກຸ່ມບໍລິສັດນີ້ພວມເຂົ້າຮ່ວມການກໍ່ສ້າງຢູ່ ສປປ ລາວ.

          ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ເຊີອູນ, ສ ເກົາຫຼີ, ທ່ານ Chey Tae – won, ປະທານກຸ່ມບໍລິສັດ SK ໄດ້ໃຫ້ຄຳໝັ້ນສັນຍານີ້, ພ້ອມທັງຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງບັນດາຄອບຄົວຜູ້ປະສົບເຄາະຮ້າຍຢູ່ອັດຕະປື, ທາງທິດຕາເວັນອອກສ່ຽງໃຕ້ ສປປ ລາວ. ກຸ່ມບໍລິສັດນີ້ໄດ້ຊີ້ແຈ້ງ, ຈຳນວນເງິນໜູນຊ່ວຍນີ້ເພື່ອແນໃສ່ຊ່ວຍໃຫ້ ລາວ ແກ້ໄຂໄພພິບັດໂດຍໄວ ແລະ ເພື່ອຮັບປະກັນບັນດາຜູ້ປະສົບເຄາະຮ້າຍກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ລັດຖະບານ ສ ເກົາຫຼີ ກໍ່ໄດ້ຕັດສິນໃຈສົ່ງຄະນະກູ້ໄພກູ້ຊີບໄປລາວໃນທ້າຍທິດນີ້ ແລະ ສະໜອງເງິນ 1 ລ້ານ USD ເພື່ອໜູນຊ່ວຍໃຫ້ປະເທດນີ້ຢ່າງຮີບດ່ວນ.

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ