ກຸ່ມຜູ້ຊ່ຽວຊານຂອງທູດພິເສດ Kofi Annan ໄປເຖິງຊີຣີ

ກຸ່ມຜູ້ຊ່ຽວຊານຂອງທູດພິເສດ Kofi Annan ໄປເຖິງຊີຣີ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 19/3, ກຸ່ມ​ຜູ້​ຊ່ຽວຊານ​​ເຊິ່ງລວມມີສະມາຊິກ 5 ຄົນ​​ໂດຍທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ - ສະຫະພັນ​ອາຣັບ Kofi Annan ​ໄດ້​ສົ່ງ​ໄປ​ເຖິງ​ຊີຣີ, ພວກ​ເຂົາ​​ເຈົ້າ​ຈະ​ເຮັດ​ວຽກ​ຢູ່​ປະ​ເທດ​ນີ້​ຈົນ​ກວ່າ​ວ່າ​ບັນລຸ​ໄດ້​ຄວາມ​ຄືບໜ້າ​ໃນ​ການ​ຕິດຕາມ​ກວດກາ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງຢູ່​ປະ​ເທດ​ນີ້. ຕາມ​ທ່ານ Ahmad Fawzi, ​ໂຄສົກ​ຂອງ​ທູດ​ພິ​ເສດ Kofi Annan ​ແລ້ວ, ສະມາຊິກ 5 ຄົນ​ແມ່ນ​ຜູ້​​ມີ​ວີ​ຊາ​ການ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ຮັກສາສັນຕິພາບ ​ແລະ ​ໄກ່​ເກ່ຍປອງ​ດອງ.

        ​ໃນ​ຂະນະ​ນັ້ນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ນອງ​ເລືອດພວມ​ສືບຕໍ່​​ເກີດ​ຂຶ້ນຕໍ່​ຢູ່​ຊີຣີ. ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ​ໄດ້​ບຸກ​ໂຈມ​ຕີ ​ແລະ ​ເຂັ່ນຂ້າ 14 ຄົນ​​ໃນ​ໝູ່ບ້ານ​ແຫ່ງ​ໜື່ງ ຢູ່​ເຂດ Al – Qusair ຂຶ້ນ​ກັບ​ນະຄອນ Homs ທາງ​ພາກ​ກາງປະ​ເທດ​ນີ້. ບັນດາ​ແຫຼ່ງຂ່າວ​ກ່ຽວ​ກັບ​ການປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຊີຣີ ​ໃຫ້​ຮູ້​ວ່າ ​ໃນ​ບັນ​ດາ​ການ​ປະ​ທະ​ກັນ​ກັບ​ກຳລັງ​ຂອງ​ລັດຖະບານ​ຢູ່​ເຂດ Talkalkh, ຕິດ​ກັບຊາຍ​ແດນປະ​ເທດລີ​ບັງ, ມີທະຫານ​ກະບົດຫຼາຍ​ຄົນ​ໄດ້​ວາງອາ​ວຸດ. ອຳນາດ​ການ​ປົກຄອງ​ຊີຣີ ​ໄດ້​ເຢຶດ​ເອົາອາ​ວຸດ, ລູກ​ປຶ​ນ ​ແລະ ໜັງສືຜ່ານ​ແດນປອມ​ຫຼາຍ​ພໍ​ສົມຄວນ.
ຂ່າວ/ບົດ​ອື່ນ