ກຸ່ມອິດຊະລາມ Boko Haram ເຂັ່ນຂ້າ 48 ຄົນຢູ່ Nigeria


ກຸ່ມອິດຊະລາມ Boko Haram ເຂັ່ນຂ້າ 48 ຄົນຢູ່ Nigeria - ảnh 1

(ພາບ: AFP/TTXVN))

(vovworld)- ກຸ່ມ​ອິດ​ຊະລາ​ມປະກອບ​ອາວຸດ Boko Haram ​ໄດ້​ເຂັ່ນຂ້າປະຊາຊົນ 48 ຄົນ​ຢູ່​ລັດ Borno ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ Nigeria. ວັນ​ທີ 20/11, ບັນດາ​ມື​ປືນ Boko Haram ​ໄດ້ປິດ​ລ້ອມ​ສາຍ​ທາງ​ເຊື່ອມ​ຕໍ່​ປະ​ເທດ​ສາທາລະນະ​ລັດ Sat ກັບ Nigeria ຢູ່​ມໍ່​ກັບ​ບ້ານ​ປາ Doron Baga ນອນ​​ໃນ​ຝັ່ງ​ໜອງ ​ Sat ແລະ ​ເຂັ່ນຂ້າປະຊາຊົນ 48 ຄົນ​ພວມ​ເດີນທາງ​ໄປຍັງປະ​ເທດ​ສາທາລະນະ​ລັດ Sat ​ເພື່ອ​ຊື້​ປາ. ນັບ​ແຕ່​ເວລາ​ລຸກ​ຮຶ້ຂຶ້ນ​ເມື່ອ​ປີ 2009 ​ເພື່ອ​ທວງ​​ໃຫ້​ສ້າງຕັ້ງລັດ​ອິດ​ຊະລາ​ມ ຢູ່​ພາກ​ເໜືອ Nigeria, Boko Haram ​ໄດ້ກາຍ​ເປັນ​ໄພ​ນາບ​ຂູ່​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ໃຫ່ຍກ່ວາ​ໝູ່​ສຳລັບ​ປະ​ເທດ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ນີ້. ບັນດາ​ການ​ບຸກ​ໂຈມ​ຕີ​ໃຊ້​ຄວາມ​ຮຸນ​ແຮງ​ໂດຍ​ກຸ່ມ​ນີ້​ປະຕິບັດ ​ໄດ້​ເຮັດ​​ໃຫ້ປະຊາຊົນ​ກ່ວາ 10.000 ຄົນ​ເສຍ​ຊີວິດ ​ແລະ ​ ​ນັບ​ແສນ​ຄົນ​ຕ້ອງໜີ​ອອກ​ຈາກ​​ບ້ານ./.

ຂ່າວ/ບົດ​ອື່ນ