ກິລາ ຍິງປືນຂອງ ຫວຽດນາມ ສູ້ຊົນຄ້ວາໄດ້ຫຼຽນລາງວັນໃນງານແຂ່ງຂັນກິລາ ASIAD 2018

(VOVWORLD) - ກິລາ ຍິງປືນ ຫວຽດນາມ ຈະສຸ້ຊົນຄ້ວາໄດ້ຫຼຽນລາງວັນ ໃນງານມະຫາກຳກິລາອາຊີ 2018 (ASIAD 2018)...

ຕອນເຊົ້າວັນທີ 2 ເມສາ, ຢູ່ຮ່າໂຍ້ຍ, ສະຫະພັນຍິງປືນ ຫວຽດນາມ ໄດ້ປະກາດ ນັກອຸປະຖຳ ແລະ ບັນດາການເຄື່ອນໄຫວຈຸດສຸມໃນປີ 2018. ທ່ານນາງ ຫງວຽນທິຍູງ, ເລຂາທິການໃຫຍ່ສະຫະພັນຍິງປືນ ຫວຽດນາມ ໄດ້ຢືນຢັນວ່າ: ກິລາ ຍິງປືນ ຫວຽດນາມ ຈະສຸ້ຊົນຄ້ວາໄດ້ຫຼຽນລາງວັນ ໃນງານມະຫາກຳກິລາອາຊີ 2018 (ASIAD 2018) ຊຶ່ງຈະຈັດຕັ້ງໃນເດືອນ ສິງຫາ 2018 ຢູ່ ອິນໂດເນເຊຍ. ທິມນັກກິລາຍິງປືນ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ASIAD 2018 ຢູ່ 14/20 ເນື້ອໃນຂອງການແຂ່ງຂັນ.

        ທີ່ພິທີ, ທ່ານນາງ ຫງວຽນທິຍູງ, ເລຂາທິການໃຫຍ່ສະຫະພັນຍິງປືນ ຫວຽດນາມ ໄດ້ປະກາດ 3 ນັກອຸປະຖຳໃຫ້ກິລາ ຍິງປືນ ຫວຽດນາມ ທີ່ມາຈາກ ສ. ເກົາຫຼີ ເຊິ່ງລວມມີ: ກຸ່ມບໍລິສັດ Glostar, ບໍລິສັດ Optrontec Vina, ສູນການແພດ Sun (Sun Medical Center). ຍອດຈຳນວນເງິນອຸປະຖຳຂອງ ກຸ່ມບໍລິສັດ Glostar ແລະ ບໍລິສັດ Optrontec Vina ແມ່ນ 200.000 USD ໃນເວລາ 2 ປີ. ສູນການແພດ Sun (Sun Medical Center) ຈະຮັບຜິດຊອບການກວດ ແລະ ປີ່ນປົວອາການບາດເຈັບໃຫ້ແກ່ບັນດານັກກິລາຍິງປືນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ