ກິລາຫວຽດນາມຕ້ອງບືນຕົວຂຶ້ນລະດັບອາຊີແລະໂລກ

ກິລາຫວຽດນາມຕ້ອງບືນຕົວຂຶ້ນລະດັບອາຊີແລະໂລກ - ảnh 1
ຄະນະກິລາຫວຽດນາມທີ່ສຳນັກງານປະທານປະເທດ
(ພາບ:thethao.thanhnien.com.vn)


(vovworld) –  ຕອນ​ບ່າຍ​ວັນ​ທີ 23/6, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາຄູ​ຝຶກ​ສອນ, ນັກ​ກິລາ​ທີ່​ດີ​ເດັ່ນ​ຂອງ ຫວຽດນາມ ທີ່​ເຂົ້າຮ່ວມ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 28 (ຊີ​ເກັມ 28) ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ບັນດາ​ຜົນງານ ​ເຊິ່ງຄະນະ​ກິລາ​ ຫວຽດນາມ ຍາດມາໄດ້​​ໃນຄັ້ງ​ນີ້​ແມ່ນ​ແຫຼ່ງ​ປຸກລະດົມກຳລັງ​ໃຈ​ໃຫ້​ຂະ​ບວນການ​ກິລາ​ຂອງ​ປະ​ເທດ, ຝຶກ​ຝົນ​ຫຼໍ່​ຫຼອມ​ຮ່າງກາຍ​ແຫ່ງ​ຊາດ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: ບໍ່​ພຽງ​ແຕ່​ແມ່ນ​ຜົນງານ​ລ້າໆເທົ່າ​ນັ້ນ, ຫາກ​ຜ່ານ​ການ​ແຂ່ງຂັນ​ບັນດາ​ນັກ​ກິລາ​ຄວນ​ມີ​ສະຕິທີ່ວ່າ ​ເຮົາ​ພວມ​ນຳ​​ເອົານ້ຳ​ໃຈ, ​ເຈດ​ຈຳນົງ ​ແລະ ຄຸນ​ລັກ​ສະ​ນະ​ຂອງ​ປະ​ເທດ​ຊາດ​ຫວຽດນາມ ມາ​ໃຫ້​ພາກ​ພື້ນ ​ແລະ ​ໂລກ​ອີກດ້ວຍ. ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ພັກ ​ແລະ ລັດ ​ຈະ​ສະຫງວນຄວາມ​ເອົາ​ໃຈ​ໃສ່​ທີ່​ເໝາະ​ສົມ​ເຖິງ​ຂົງ​ເຂດ​ກິລາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ: ບັນດາ​ຄູ​ຝຶກ​ສອນ, ນັກ​ກິລາ​ຄວນ​ມານະ​ພະຍາຍາມ​ສູ້​ຊົນ ​ເພື່ອ​​ໃຫ້ໃນ 5 ປີຈະ​ມາ​ເຖິງ, ກິລາ​ຫວຽດນາມ ພັດທະນາ​ກວ່າ​ອີກ​ເພື່ອ​ທຽບ​ເທົ່າ​ກັບພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາຊີ ​ແລະ ໂລກ.

 

ຂ່າວ/ບົດ​ອື່ນ