ກ່ວາ 200 ຜົນງານໄດ້ເຂົ້າຮອບຊີງຊະນະເລີດຂອງງານປະກວດກະຈາຍສຽງທົ່ວປະເທດຄັ້ງ XV

(VOVWORLD) - ດ້ວຍຫົວຂໍ້ “ຫັນປ່ຽນຢ່າງຄ່ອງແຄ້ວ - ປັບຕົວໃຫ້ເໜືອກ່ວາ”, ງານປະກວດຈະຈັດຂຶ້ນລະຫວ່າງວັນທີ 4 – 6 ສິງຫາ ຢູ່ນະຄອນໂຮ່ຈີມິນ.
ກ່ວາ 200 ຜົນງານໄດ້ເຂົ້າຮອບຊີງຊະນະເລີດຂອງງານປະກວດກະຈາຍສຽງທົ່ວປະເທດຄັ້ງ XV - ảnh 1ທ່ານ ເຈີ່ນມິງຮູ່ງ, ຮອງຜູ້ອຳນວຍການໃຫຍ່ VOV ກ່າວຄຳເຫັນທີ່ການຖະແຫຼງຂ່າວ

ວັນທີ 29 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຈັດຕັ້ງການຖະແຫຼງຂ່າວກ່ຽວກັບງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ XV, ປີ 2022. ດ້ວຍຫົວຂໍ້ “ຫັນປ່ຽນຢ່າງຄ່ອງແຄ້ວ - ປັບຕົວໃຫ້ເໜືອກ່ວາ”, ງານປະກວດຈະຈັດຂຶ້ນລະຫວ່າງວັນທີ 4 – 6 ສິງຫາ ຢູ່ນະຄອນໂຮ່ຈີມິນ.

        ຈຸດໃໝ່ໃນງານປະກວດປີນີ້ແມ່ນການປະກວດ ແລະ ມອບລາງວັນສຽງທອງ, ເພື່ອແນໃສ່ຄົ້ນພົບ ແລະ ເຊີດຊູບັນດາໂຄສົກ-ຜູ້ແນະນຳລາຍການສຽງດີ; ມອບລາງວັນໃຫ້ 2 ປະເທດເຕັກນິກສ້າງລາຍການດີເດັ່ນ ແລະ ໝູນໃຊ້ພື້ນຖານດີຈີຕອນ. ຄະນະຈັດຕັ້ງໄດ້ຮັບການຕອບສະໜອງ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາອົງການສື່ມວນຊົນກະຈາຍສຽງໃນທົ່ວປະເທດ, ດ້ວຍກ່ວາ 500 ຜົນງານສົ່ງເຂົ້າມາປະກວດ. ພາຍຫຼັງຮອບທຳອິດ, ມີ 203 ຜົນງານຂອງ 86 ຫົວໜ່ວຍໄດ້ເຂົ້າຮອບຊີງຊະນະເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ