ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ

(VOVWORLD) - ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ແລະ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ ຂອງ ລາວ ໄດ້ເຫັນດີໃຫ້ເປີດປະຕູດ່ານຊາຍແດນສໍາຮອງ 4 ແຫ່ງ ຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ຜ່ານແຂວງກວ໋າງຈິ. 
ກວ໋າງຈິ ​ເປີດ​ປະຕູ​ດ່າ​ນຊາຍ​ແດນ​ສໍາຮອງ 4 ​ແຫ່ງ ​ແນ​ໃສ່​ຈໍລະ​ຈອນ​​ສິນຄ້າ​ກັບ ລາວ - ảnh 1 ບັນດາຄູ່ດ່ານຊາຍແດນສໍາຮອງເຫຼົ່ານີ້ ພຽງແຕ່ໄດ້ຮັບອະນຸຍາດໃຫ້ຂົນສົ່ງຈໍລະຈອນສິນຄ້າຜ່ານຊາຍແດນ ເທົ່ານັ້ນ,ຫາກຍັງບໍ່ທັນອະນຸຍາດໃຫ້ຄົນເຂົ້າອອກເມືອງ.

ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ. ເຖິງຢ່າງໃດກໍຕາມ, ບັນດາຄູ່ດ່ານຊາຍແດນສໍາຮອງເຫຼົ່ານີ້ ພຽງແຕ່ໄດ້ຮັບອະນຸຍາດໃຫ້ຂົນສົ່ງຈໍລະຈອນສິນຄ້າຜ່ານຊາຍແດນ ເທົ່ານັ້ນ,ຫາກຍັງບໍ່ທັນອະນຸຍາດໃຫ້ຄົນເຂົ້າອອກເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ