ກໍ່ສ້າງຊົນນະບົດໃໝ່ແມ່ນພາລະກິດຍາວນານຂອງປະເທດຊາດ

ກໍ່ສ້າງຊົນນະບົດໃໝ່ແມ່ນພາລະກິດຍາວນານຂອງປະເທດຊາດ - ảnh 1
ທ່ານນາງ ຫງວຽນທິກິມເງິນເຂົ້າຮ່ວມພິທີ
(ພາບ: Ngọc Thiện - TTXVN)

(vovworld) –  ກ່າ​ວຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ຂໍ້​ຕົກລົງ ຟອງ​ດ່ຽນ ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/5, ຢູ່​ເມືອງ ຟອງ​ດ່ຽນ, ​ນະຄອນ ​ເກີນ​ເທີ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: ຜົນສຳ​ເລັດ​ຂອງ​ເມືອງ ຟອງ​ດ່ຽນ ​ແມ່ນ​ພື້ນຖານ, ​ແມ່ນ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​​ແຂວງ ​ເກີນ​ເທີ​ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ໝາກຜົນ​ສູງ​ກ່ວາ​ໃນ​ການ​ກໍ່​ສ້າງ​ຊົນນະບົດ​ໃໝ່. ນີ້​ກໍ່​ແມ່ນ​ແບບຢ່າງ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ອື່ນໆ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ ຮຳ່ຮຽນ​ເອົາ​ບົດຮຽນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ຖື​ວ່າ:

        “ການ​ກໍ່​ສ້າງ​ຊົນນະບົດ​ໃໝ່​ແມ່ນ​ພາ​ລະ​ກິດ​ຍາວ​ນານ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ພວກ​ເຮົາ​ບໍ່​ສາມາດ​ປະຕິບັດ​ຢ່າງຟ້າວ​ຟັ່ງ​ໄດ້. ຂ້າພະ​ເຈົ້າ​ຫວັງ​ວ່າ, ບັນດາ​ມະຕິ, ​ໂຄງການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ, ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ຊີ້​ແຈ້ງ​ໜ້າ​ທີ່​ລະອຽດ. ພວກ​ເຮົາ​ຕ້ອງ​ແກ້​ໄຂ​ບັນດາ​ສິ່ງ​ຈຳກັດ ​ແລະ ​ເສີມ​ຂະຫຍາຍ​ໝາກຜົນ​ທີ່​ບັນລຸ​ໄດ້, ສືບ​ຕໍ່​ລະດົມ​ກຳລັງ​ໃຈ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ຮັ່ງມີ, ​ເຂັ້ມ​ແຂງ.”

                                           


ຂ່າວ/ບົດ​ອື່ນ