ກໍ່ສ້າງນະຄອນດ່ານັ້ງໃຫ້ກາຍສູນກາງແລກປ່ຽນຄ້າຂາຍສາກົນ,ຈຸດນັດພົບທີ່ດູດດື່ມຂອງນັກລົງທຶນ

ກໍ່ສ້າງນະຄອນດ່ານັ້ງໃຫ້ກາຍສູນກາງແລກປ່ຽນຄ້າຂາຍສາກົນ,ຈຸດນັດພົບທີ່ດູດດື່ມຂອງນັກລົງທຶນ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 31/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ນະ​ຄອນ​ດ່ານັ້ງ, ຂຶ້ນ​ກັບ​ສູນ​ກາງ (01/01/1997 – 01/01/2017).  ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ພາຍ​ຫຼັງ 20 ປີ​ກາຍ​ເປັນນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ, ດ່ານັ້ງ ໄດ້​ບືນ​ຕົວ​ຂຶ້ນ​ບັນ​ລຸ​​ລະ​ດັບ​ສູນ​ໃໝ່, ມີ​ບົດ​ບາດທີ່​ຕັ້ງ, ​ຜ​ົ​ນ​ງານ​ສູງ, ແມ່ນ​ນະ​ຄອນ​ມີ​ຄວາມ​ດູດ​ດື່ມບໍ່​ພຽງ​ແຕ່​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ທັງ​ອາ​ຊີ ແລະ ໂລກອີກ​ດ້ວຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ຖື​ວ່າ.

“ກໍ່​ສ້າງ​ດ່ານັ້ງ ໃຫ້​ກາຍ​ເປັນ​ນະ​ຄອນ​ຮັ່ງ​ມີ, ສວຍ​ງາ​ມ, ສະ​ຫງົບ​ສຸກ, ສີ​ວິ​ໄລ, ​ທັນ​ສະ​ໄໝ, ມີ​ຜ​ະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ຫຼາຍ​ຢ່າງ, ເປັນ​ສູນ​ແລກ​ປ່ຽນ​ຄ້າ​ຂາຍ​ສາ​ກົນ, ແມ່ນຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ຂອງ​ນັກ​ລົງ​ທຶນ, ທັກ​ທ່ອ​ງ​ທ່ຽວ. ດ່ານັ້ງ ແມ່ນ​ບ່ອນ​ເຕົ້າ​ໂຮມ​ຂອງ​ບັນ​ດາ​ຜູ້​ເກັ່ງ​ກ້າ​ສາ​ມາດ ແລະ ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ, ເປັນ​ນະ​ຄອນ​ເລີ່ມ​ດຳ​ເນີນ​ອາ​ຊີບ. ດ່ານັ້ງ ຕ້ອງ​ແມ່ນ​ນະ​ຄອນ​ນຳ​ໜ້າ​ດ້ານ​ການ​ເຕີບ​ໂຕ​ຂອງ​ທົ່ວ​ປະ​ເທດ”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອວຍ​ພອນ​ນະ​ຄອ​ນ​ດ່ານັ້ງ ແລະ ແຂວງກວາງ​ນາມ ໄດ້​ເປັນ​ກ​ຽດ​ຄັດ​ເລືອກ​ເປັນ​ສະ​ຖານ​ທີ່​ຈັດ​ຕັ້ງ​ເຫດ​ການ APEC 2017. ນີ້​ແມ່ນ​ກາ​ລະ​ໂອກາດ​ທີ່​ໃຫຍ່​ຫຼວງ ແລະ ສະ​ພາບ​ການ​ໃໝ່​ໃຫ້​ແກ່ 2 ທ້ອງ​ຖິ່ນ. ສະ​ນັ້ນ, ການ​ນຳ​ນະ​ຄອນ​ຕ້ອງ​ສົມ​ທົບ​ກັບ​ບັນ​ດາ​ຂະ​ແໜງ​ການ, ສູນ​ກາງ ແລະ ທ້​ອງ​ຖິ່ນ​ຕ່າງໆ​ຢ່າງ​ແໜ​້ນ​ແຟ້ນ​ເພື່ອ​ຈັດ​ຕັ້ງ​ເຫດ​ການ​ສາ​ກົນ​ດັ່ງ​ກ່າວ​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ