(vovworld) - ໃນການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດໃນວັນທີ 26/11, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໄດ້ໃຫ້ຂ່າວລະອຽດກ່ຽວກັບເລື່ອງຫວຽດນາມ ແລະ ກຳປູເຈຍ ລົງມື ກໍ່ສ້າງຫຼັກໝາຍ 30 ແລະ 275 ໃນເຂດຊາຍແດນລະຫວ່າງສອງປະເທດ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງໃຫ້ຮູ້ວ່າ:
“ວັນທີ 20/11/2015 ສອງຝ່າຍໄດ້ລົງມືກໍ່ສ້າງ 3 ກິດຈະກຳແມ່ນ ຫຼັກໝາຍ 30 ແລະ 275 ກໍ່ຄືເສັ້ນທາງຍາວ 450 ແມັດ. ເລື່ອງກໍ່ສ້າງ 2 ຫຼັກໝາຍນີ້ເປັນຂີດໝາຍໄລຍະສຳຄັນໃນວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ມຸ່ງໄປເຖິງການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ-ກຳປູເຈຍ “.
ກ່ຽວຂ້ອງເຖິງເລື່ອງວັນທີ 18/11 ຜ່ານມາ, ອາເມລິກາໄດ້ດຳເນີນການສືບສວນຕ້ານການຂາຍບຸບລາຄາເຫຼັກກ້າສຳລັບ 5 ປະເທດ, ໃນນັ້ນມີຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຂໍຢືນຢັນວ່າ, ບັນດາບໍລິສັດຂອງຫວຽດນາມ ເຄື່ອນໄຫວຜະລິດດຳເນີນທຸລະກິດຕາມກົນໄກການຕະຫຼາດ, ບໍ່ໄດ້ຮັບການອຸດໜູນຈາກລັດຖະບານຫວຽດນາມ ແລະ ບໍ່ຂາຍບຸບລາຄາເຫຼັກກ້າເຂົ້າຕະຫຼາດອາເມລິກາ. ເລື່ອງກະຊວງການຄ້າອາເມລິກາຕົກລົງດຳເນີນການສືບສວນຕ້ານຂາຍບຸບລາຄາສຳລັບສິນຄ້າປະເພດນີ້ແມ່ນບໍ່ມີພື້ນຖານ“.
ກ່ຽວກັບປະຕິກິລິຍາຂອງຫວຽດນາມສຳລັບການອະພິປາຍທີ່ພວມດຳເນີນຢູ່ສານກຳມະການປະຈຳຂອງສະຫະປະຊາຊາດ ກ່ຽວກັບເລື່ອງຟິລິບປິນຮ້ອງຟ້ອງຈີນທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ເນັ້ນໜັກວ່າ:
“ໂດຍແມ່ນປະເທດທີ່ກ່ຽວຂ້ອງໂດຍກົງເຖິງການຂັດແຍ້ງໃນທະເລຕາເວັນອອກ, ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປະຕິບັດ ແລະ ສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982“