ກໍ່ສ້າງແລະປັບປຸງກົດໝາຍຊ່ວຍພັດທະນາເສດຖະກິດສັງຄົມ

ກໍ່ສ້າງແລະປັບປຸງກົດໝາຍຊ່ວຍພັດທະນາເສດຖະກິດສັງຄົມ - ảnh 1
(ກໍ່ສ້າງແລະປັບປຸງກົດໝາຍຊ່ວຍພັດທະນາເສດຖະກິດສັງຄົມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/12, ຢູ່​ຮ່າ​ໂນ້ຍ, ຄະ​ນ​ະ​ຊີ້​ນຳ​ສະ​ຫຼຸບ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 48 ສູນ​ກາງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ໃສ່​ຮ່າງ “ບົດ​ລາຍ​ງານ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກ່ຽວ​ກັບ​ຍຸດ​ທະ​ສາດກໍ່​ສ້າງ ແລະ  ​ປັບ​ປຸງລະ​ບົບກົດ​ໝາຍ​ຫວຽດ​ນາມ ຮອດ​ປີ 2010, ກຳ​ນົດ​ທິດ​ຮອດ​ປີ 2020”. ມະ​ຕິ​ເລກ​ທີ 48 ລົງວັນ​ທີ 24/05/2015 ຂອງ​ກົມ​ການ​ເມືອງ ແ​ມ່ນ​ເອ​ກະ​ສານ​ດ້ານ​ການ​ເມືອງ​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກຳ​ນົດ​ທິດ​ທາງ​ໃຫ​້​​ແກ່ການ​ພັດ​ທະ​ນາ​ຂອງ​ລະ​ບົບ​ກົດ​ໝາຍ​ຫວຽດ​ນາມ ໃນ​ໄລ​ຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ໄລ​ຍະ​​​ຂ້າມ​ຜ່ານ​ຂຶ້ນ​ສັງ​ຄົມ​ນີ້​ຍົມ. ພາຍ​ຫຼັງ 10 ປີ​ແຫ່ງ​ການ​ປະ​ຕິ​ບັດມະ​ຕິ​ເລກ​ທີ 48, ວຽກ​ງານ​ກໍ່​ສ້າງ​ ແລະ ປະ​ຕິ​ບັດ​ກົດ​ໝາຍ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ສຳ​ຄັນ, ລະ​ບົບ​ກົດ​ໝາຍ​ໄດ້​​ຮັບ​ການ​ປັ​ບ​ປຸງ​ໂດຍ​ພື້ນ​ຖານ… ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ​ ຮ່າ​ຮຸງ​ເກື່ອງ ໃຫ້​ຮູ້​ວ່າ.

      “ດ້ວຍ​ເອກ​ສານ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ບັນ​ດາ​ກົດ​ໝາຍ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ປີ 2014, 2015 ​​ທີ່ຮັບ​ການ​ປັບ​ປຸງ, ເພີ່ມ​ເຕີມ ລວບ​ລວ​ມໃນ​ຊີິ​ວິດ​ສັງ​ຄົມ​ພໍ​ສົມ​ຄວນ, ຄຸນ​ນະ​ພາບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ, ​ຂັ້ນ​ຕອນສ້າງ​​ເອ​ກະ​ສານກົດ​ໝາຍ ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ ຕາມ​ທິດ​ປະ​ຊາ​ທິ​ປະ​ໄຕ​​ໂດຍການ​ເຂົ້າ​ຮ່ວມ​ຂອງ​ສ່ວນ​ບຸກ​ຄົນ, ອົງ​ການ​ວິ​ສາ​ຫະ​ກິດ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​​ການ​ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ”.

ຂ່າວ/ບົດ​ອື່ນ