ກອງທຶນຊ່ວຍເຫຼືອເດັກຫວຽດນາມມອບລົດຖີບ1.200ຄັນໃຫ້ເດັກທຸກຍາກແຕ່ມັກຮຽນ

ກອງທຶນຊ່ວຍເຫຼືອເດັກຫວຽດນາມມອບລົດຖີບ1.200ຄັນໃຫ້ເດັກທຸກຍາກແຕ່ມັກຮຽນ - ảnh 1
ພິ​ທີ​ເຊັນກອງ​ທຶນ​ຊ່ວຍ​ເຫຼືອເດັກ​ນ້ອຍ ຫວຽດ​ນາມ ແລະ ​ບໍ​ລິ​ສ​ັ​ດ​ໃຫຍ່​ປະ​ກັນຊີ​ວິດ ບ໋າວ​ຫວຽດ
(ພາບ: baotintuc.vn)

(vovworld) –  ​​​ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ຊ່ວຍ​ເຫຼືອເດັກ​ນ້ອຍ ຫວຽດ​ນາມ ແລະ ​ບໍ​ລິ​ສ​ັ​ດ​ໃຫຍ່​ປະ​ກັນ​ຊີ​ວິດ ບ໋າວ​ຫວຽດ ໄດ້​ເຊັ​ນ​ຂໍ້​ຕົກ​ລົງ​ຮ່ວມ​ມື “ທຶນ​​ໜູນ​ຊ່ວຍ​ການ​ສຶກ​ສາ - ລົດ​ຖີບ​ຊ່ວຍ​ໃຫ້​ເດັກ​ໄປ​ໂຮງ​ຮຽນ 2015”, ມອບ​ລົດ​ຖີບ 1.200 ຄັນ​ໃຫ້​ເດັກ​ນ້ອຍ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ດ້ວຍຍອດມ​ູນ​ຄ່າ​ກ່​ວາ 2,3 ຕື້​ດົ່ງ. ທ່ານ​ນາງ ດ່າວ​ຮົ່ງ​ລານ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ: ແຕ່​ລະ​ປີ, ຫວຽດ​ນາມ​ມີ​ເດັກ​ນ້ອຍ​ຕ້ອງ​ປະ​ລະ​ການ​​ຮ່ຳຮຽນ​ກ່​ວາ 200.000 ​ຄົນ, ສາ​ຍ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ຄອບ​ຄົວ​ພວກ​ນ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ພວກ​ນ້ອງ​ຕ້ອງ​ໄປ​​ໂຮງຮຽນ​​ຢູ່​ຫ່າງໄກ. ມີຫຼາຍ​ຄອບ​ຄົວ​ທຸກ​ຍາກບໍ່​ມີ​ເງິນ​ເພື່ອ​ຊື້​ປື້ມ​ໃຫ້​ພວກ​ນ້ອງ, ຫຼາຍ​ຄົນ​ຢູ່​ເຂດ​ຫ່າງ​ໄກ​​ສອກຫຼີກ​ຕ້ອງ​​ຜ່ານໄລ​ຍະ​ທາງ​ແຕ່ 5 – 10 ກມ ຫຼື ໄກ​ກ່​ວາ​ຈຶ່ງ​ສາ​ມາດ​ໄປ​ຮອດ​ໂຮງ​ຮຽນ​ໄດ​້. ລາຍ​ການ “ທຶນ​ໜູນ​ຊ່ວຍ​ການ​ສຶກ​ສາ - ລົດ​ຖີບ​​ຊ່ວຍເດັກ​ໄປ​ໂຮງ​ຮຽນ” ຈະ​ປະ​ກອບ​ສ່ວນ​ໜູນ​ຊ່ວຍ​ທຶນ​ສຶກ​ສາ ແລະ ລົດ​ຖີບ​ໃຫ້​ເດັກ​ນ້ອຍ​ທຸກ​ຍາກ, ​ຊ່ວຍ​ໃຫ້​ພວກ​ນ້ອງ​​ມີ​ໂອ​ກາດ​ໄປ​​ໂຮງຮຽນ, ຮັບ​ປະ​ກັບ​ໃຫ້​ພວກ​ນ້ອງ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ໄຝ່​ຝັນ​​ຕໍ່​ອະ​ນາ​ຄົດ​ທີ່​ສົດ​ໄສ​ກ່​ວາ.


ຂ່າວ/ບົດ​ອື່ນ