ກອງທັບ Yemen ດັບສູນທະຫານກະບົດ Al Qeada 25 ຄົນ

ກອງທັບ Yemen ດັບສູນທະຫານກະບົດ Al Qeada 25 ຄົນ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 15/5, ກອງທັບ ​Yemen ​ໄດ້​ບຸກ​ໂຈມ​ຕີ​ເຂົ້າຖານ​ທີ່​ໝັ້ນຂອງທະຫານ​ກະບົດ Al Qeada ຢູ່​​ແຂວງພາກ​ໃຕ້ Abyan ​ແລະ  ດັບ​ສູນ​ພວກກໍ​ການ​ຮ້າຍ 25 ຄົນ. ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເກີດ​ຂຶ້ນ​ຢູ່​ນະຄອນ Jaar ​ແລະ Loder ​ໄດ້ເຮັດ​ໃຫ້​ທະຫານ​ລັດຖະບານ Yemen ​ແລະ ສາມັນ​ຊົນ​ນັບ​ສີ​ບຄົນ​​ເສຍ​ຊີວິດ. ​ເຈົ້າ​ໜ້າ​ທີ່​ລັດຖະບານໃຫ້​ຮູ້​ວ່າ ກໍ​ໃນ​ວັນ​ດຽວ​ກັນ, ທະຫານ Yemen ​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ຖານ​ທີ່​ໝັ້ນຂອງ Al Qeada ຢູ່​ນະຄອນ Jaar ​ເຊິ່ງ​​ໄດ້ເຮັດ​ໃຫ້​ສາມັນ​ຊົນ 8 ຄົນ​ເສຍ​ຊີວິດ ​ແລະ 5 ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ