ກອງທັບ ອີຢິບ ປົດຕຳແໜ່ງ ປະທານາທິບໍດີ Morsi

ກອງທັບ ອີຢິບ ປົດຕຳແໜ່ງ ປະທານາທິບໍດີ Morsi - ảnh 1
ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີ​ຢິບ  Abdel Fattah El – Sisi
(ພາບ:anninhthudo.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 4/7, ກອງທັບ ອີ​ຢິບ ​ໄດ້​ປົດ​ຕຳ​ແໜ່​ງປະທານາທິບໍດີ Morsi ​ແລະ ຢຸດຕິ​ລັດຖະທຳ​ມະນູນ​ທີ່​ພວມ​ປະກາດ​ໃຊ້. ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທລະພາບ ພ້ອມ​ກັບ​ວົງ​ການ​ການ​ນຳ​ກອງທັບ, ສາສະໜາ ​ແລະ ບັນດາ​ນັກ​ການ​​ເມືອງ, ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີ​ຢິບ ທ່ານ Abdel Fattah El – Sisi ​ໄດ້ຖະ​ແຫຼ​ງ​ບົ່ງ​ຕົວ​ປະທານ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ ອີ​ຢິບ ​ເປັນ​ການ​ນຳ​ຊົ່ວຄາວ​ຂອງ​ປະ​ເທດ​ນີ້. ທ່ານ​ນາຍ​ພົນ El – Sisi ກໍ່​ຮຽກຮ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ​ເວລາ, ສ້າງ​ຕັ້ງ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ ​ແລະ ຄະນະ​ກຳມະການ​ປອງ​ດ​ອງຊາດ. ທ່ານ El – Sisi ​ໃຫ້​ຮູ້​ວ່າ: ລັດຖະບານ “​ແຂງ​ແຮງ ​ແລະ ມີ​ກຳລັງຄວາມ​ສາມາດ” ອາດ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້ວຍ “ຖານະ​ທີ່​ຄົບ​ຖ້ວນ”. ​ໃນ​ທັນທີນັ້ນ, ທ່ານ​ປະທານາທິບໍດີ Morsi ​ໄດ້​ປະຕິ​ເສດຖະ​ແຫຼ​ງການ​ຂອງ​ກອງທັບ, ຖື​ນີ້​ແມ່ນ​ການ​ກະທຳ “ຜິດ​ກົດໝາຍ”, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະຊາຊົນ ອີ​ຢິບ ຕ້ານ​ຄືນ​ການ​ລັດ​ຖະປະຫານ ​ແບບ ສັນຕິພາບ.

ຂ່າວ/ບົດ​ອື່ນ