ກອງທັບ ອີຣັກຄວບຄຸມເກືອບ 20 ໝູ່ບ້ານຢູ່ຊານນະຄອນ Mosul

ກອງທັບ ອີຣັກຄວບຄຸມເກືອບ 20 ໝູ່ບ້ານຢູ່ຊານນະຄອນ Mosul - ảnh 1
ກອງ​ທັບ​ອີ​ຣັກ​ຢູ່ Mosul 
(ພາບ: Getty)

(vovworld) - ວັນ​ທີ 18/10, ບັນດາ​ກຳລັງ​ລັດຖະບານ ອີຣັກ ​ໃຫ້​ຮູ້​​ໄດ້ຢືດ​ເອົາ​ສິດຄວບ​ຄຸມ​ເກືອບ 20 ໝູ່​ບ້ານ​ຢູ່​ຊານ​ນະຄອນ Mosul ພາຍ​ໃນ​ເວລາ 24 ​ຊົ່ວ​ໂມງ​ທຳ​ອິດ​ຂອງ​ການ​ບຸກ​ໂຈມ​ຕີ ​ເພື່ອ​ແນ​ໃສ່​ປົດ​ປ່ອຍ​ນະຄອນ​ນີ້​ອອກ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ.

        ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ກອງ​ທະຫານ​ປະສົມ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ, ວັນ​ທີ 17/10, ກອງທັບ​ລັດຖະບານ ​ແລະ ບັນດາ​ກຳລັງ​ຊາວ Kurd ຢູ່ ອີຣັກ ​ໄດ້​ປຸກລະດົມ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ ດ້ວຍ​ຂະໜາດ​ໃຫຍ່ ​ເພື່ອ​ແນ​ໃສ່​ຢືນ​ເອົາ​ນະຄອນ Mosul, ​ເຊິ່ງ​ແມ່ນ​ຖານ​ທີ່​ໝັ້ນ​ສຸດ​ທ້າຍ​ຂອງ IS ຢູ່ ອີຣັກ ຄືນ​ໃໝ່ ​ແລະ ​ໃນ 24 ​ຊົ່ວ​ໂມງ​ທຳ​ອິດ​ຂອງ​ການ​ບຸກ​ໂຈມ​ຕີ ​ກຳລັງ​ທະຫານ​ລັດຖະບານ​ສາມາດຄວບ​ຄຸມ​ໄດ້​ເກືອບ 20 ໝູ່​ບ້ານ​ຢູ່​ຊານ​ນະຄອນ Mosul.


ຂ່າວ/ບົດ​ອື່ນ