ກອງທັບຕວກກີຍາດໄດ້ສິດຄວບຄຸມສະຖານທີ່ຈຸດສຸມຢູ່ Afrin, ປະເທດຊີຣີຄືນໃໝ່

(VOVWORLD) -ວັນທີ 08 ມີນາ, ບັນດາກຳລັງຂອງຕວກກີ ແລະ ບັນດາມືປືນຊີຣີ ໂດຍ ອານກາຣາ ໜູນຫຼັງ ຍາດໄດ້ສິດຄວບຄຸມເທດສະບານເມືອງ Jinderes, ຂຶ້ນກັບເຂດ Afrin, ທາງພາກເໜືອຊີຣີ ຄືນໃໝ່.

ກອງທັບຕວກກີຍາດໄດ້ສິດຄວບຄຸມສະຖານທີ່ຈຸດສຸມຢູ່ Afrin, ປະເທດຊີຣີຄືນໃໝ່ - ảnh 1ກອງທັບຕວກກີຍາດໄດ້ສິດຄວບຄຸມສະຖານທີ່ຈຸດສຸມຢູ່ Afrin, ປະເທດຊີຣີຄືນໃໝ່

(ພາບປະກອບ: AFP/TTXVN)

ສຳນັກຂ່າວສານແຫ່ງລັດ Anadolu ໄດ້ໃຫ້ຂ່າວວ່າ ບັນດາກຳລັງປະກອບອາວຸດຕວກກີ ແລະ ບັນດາພັນທະມິດສັງກັດກອງທັບຊີຣີ ເສລີ (FSA) ໄດ້ຕີໃຫ້ບັນດາກົງກອງກຳລັງປົກປ້ອງປະຊາຊົນ Kurd (YPG) ໃຫ້ອອກຈາກເຂດໃຈກາງ Jinderes, ພາຍຫຼັງຄວບຄຸມໄດ້ໂນນພູທີ່ສາມາດເບິ່ງເຫັນເທດສະບານດັ່ງກ່າວກ່ອນນັ້ນໜຶ່ງວັນ. ບາດກ້າວດັ່ງກ່າວໄດ້ຊ່ວຍໃຫ້ກອງທັບຕວກກີ ຄວບຄຸມໄດ້ໜຶ່ງໃນບັນດາເຂດຊຸມຊົມທີ່ກວ້າງໃຫຍ່ທີ່ສຸດຢູ່ Afrin. ຕາມສຳນັກຂ່າວສານ Anadolu ແລ້ວ, ປະຈຸບັນບັນດາບັ້ນຮົບເພື່ອແນໃສ່ຄວບຄຸມເຂດດັ່ງກ່າວຍັງສືບຕໍ່ໄດ້ຮັບການດຳເນີນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ