ກອງທັບຢູແກຼນຖະແຫຼງເລີ່ມຖອນອາວຸດໜັກ

ກອງທັບຢູແກຼນຖະແຫຼງເລີ່ມຖອນອາວຸດໜັກ - ảnh 1
ຂະ​ບວນ​ລົດ​ການ​ທະ​ຫານ​ຂອງກອງ​ທັບ ຢູ​ແກຼນ ຢ​ູ່​ໃກ້​ກັບ Artemivsk, ເຂດ Donetsk ໃນ​ວັນ​ທີ 22/2.
 (ພາບ: AFP/TTXVN)

(vovworld) –  ​ວັນ​ທີ 26/2, ​ກົມ​ເສ​ນາ​ທິ​ການ​ໃຫຍ່​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ຢູ​ແກຼນ ຖະ​ແຫຼງ ​ກີ​ແອບ ເລີ່ມ​ຖອນ​ອາ​ວຸດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ​ຢູ່​ເຂດ​ເກີ​ດ​ສົງ​ຄາມ​ຕາມ​ຂໍ້​ຕົກ​ລົງ Minsk ເຊັນ​ວັນ​ທີ 12/2. ຖະ​ແຫຼງ​ການ​ໃຫ້​ຮູ້​ວ່າ: ກອງ​ທັບ​ເລີ່ມ​ຖອນ​ອາ​ວຸດຫຼາຍ​ປະ​ເພດ​ອອກ​ຈາກ​ເຂດ​ນີ້, ເລື່ອງ​ຖ​ອນ​ອາ​ວຸດນີ້​ໄດ້​ປະ​ຕິ​ບັດ​ພາຍ​ໃຕ້​ການ​ຕິດ​ຕາມກວດ​ກາ​ຂອງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE). ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກົ​ມ​ເສ​ນາ​ທິ​ການ​ໃຫຍ່ ເນັ້ນ​ໜັກ​ວ່າ: ໃນ​ກໍ​ລະ​ນີ​​ເກີດ​ການ​ບຸກ​ໂຈມ​ຕີ, ການ​ຖອນ​ອາ​ວຸດ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ຄືນ​ໃໝ່​ເພື່ອ​ຮັບ​ປະ​ກັນ​ຄວາມ​ສາມ​າດ​ກຽມ​ພ້ອມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຂອງກອງ​ທັບ. ກ່ອນ​ໜ​້ານັ້ນ, ສ. ປະ​ຊາ​ຊົນ ​ໂດຍຂະ​ໜານ​ນາມ​ເອງ Donetsk ແລະ Lugansk ກໍ່​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໃຫ້​ຮູ້​ວ່າ: ໄດ້​ຖອນ 400 ກົມ​ກອງອາ​ວຸດ​ຍຸດ​ທະ​ພັນ​ໜັກແລ້ວ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ແລະ ປ້ອງ​ກັນ​ປະ​ເທດ ຢູ​ແກຼນ ໃຫ້​ຮູ້​ວ່າ: ​ບໍ່​ເກີດ​ມີ​ສຽງ​ປືນຢູ່ Donbass ໃນ 24 ຊົ່ວ​ໂມງ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ